Press Release

ສ້າງຄວາມເຂັ້ມແຂງໃນການເປັນຄູ່ຮ່ວມງານ ລະຫວ່າງ ສປປ ລາວ ເເລະ ອົງການສະຫະປະຊາຊາດ ເພື່ອອະນາຄົດທີ່ພວກເຮົາຕ້ອງການ: ບົດຄວາມເຫັນຮ່ວມ ເພື່ອລະລຶກເຖິງວັນສ້າງຕັ້ງອົງການ ສະຫະປະຊາຊາດ ຄົບຮອບ 75 ປີ

23 October 2020

Photo: © UN Lao PDR

" ພວກເຮົາ ແມ່ນບັນດາປະຊາຊົນ ", ເເມ່ນຄຳເວົ້າທຳອິດຢູ່ໃນກົດບັດສະຫະປະຊາຊາດ (ສປຊ) ທີ່ໄດ້ຖືກຮັບຮອງໃນປີ 1945, ເຊິ່ງເປັນຈຸດກຳເນີດແຫ່ງວິໄສທັດ ແລະ ພາລະກິດຂອງ ອົງການ ສປຊ. ອຸດົມການຂອງ ອົງການ ສປຊ ກໍ່ຄື - ສັນຕິພາບ, ຄວາມສະເໝີພາບ ແລະ ກຽດສັກສີ - ໄດ້ຖືເປັນແນວທາງໃຫ້ແກ່ການພັດທະນາໂລກໃຫ້ດີຂຶ້ນສໍາລັບທຸກໆຄົນ ເເລະ ອຸດົມການນັ້ນ ຍັງຄົງມີຄວາມໝາຍສຳຄັນຮອດປັດຈຸບັນນີ້.

ຄຳໝັ້ນສັນຍາດັ່ງກ່າວ ໄດ້ເກີດດອກອອກຜົນ. ຕະຫຼອດ 75 ປີ ທີ່ຜ່ານມາ ອົງການ ສປຊ ໄດ້ຕໍ່ສູ້ກັບຄວາມທຸກຍາກ ເເລະ ຄວາມອຶດຫິວ, ໄດ້ເຮັດໃຫ້ແກ່ເດັກນ້ອຍຫຼາຍລ້ານຄົນ ໄດ້ຮັບການສັກຢາວັກແຊງ ປ້ອງກັນພະຍາດ, ການປະຕິບັດສິດທິພື້ນຖານ ແລະ ຄຸນຄ່າຂອງຄວາມເປັນມະນຸດ ໄດ້ຮັບການຈັດຕັ້ງປະຕິບັດໃນທົ່ວໂລກ ແລະ ຄວາມສະ   ເໝີພາບ ຍິງ-ຊາຍ ໄດ້ຮັບການສົ່ງເສີມຢ່າງຕັ້ງໜ້າ. ອົງການ ສປຊ ໄດ້ເປັນຜູ້ນໍາໜ້າ ໃນການເຈລະຈາສ້າງສັນຕິພາບ, ຕໍ່ສູ້ເພື່ອສ້າງສະຖຽນລະພາບ ແລະ ແກ້ໄຂແບ່ງເບົາຄວາມທຸກທໍລະມານ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກຄວາມຂັດແຍ່ງ ແລະ ໄພພິບັດທາງທຳມະຊາດ.

ຢູ່ ສປປ ລາວ, ລັດຖະບານ ແລະ ອົງການ ສປຊ ໄດ້ມີການຮ່ວມມືມາແຕ່ດົນນານ ເຮັດວຽກນຳກັນແບບເປັນຄູ່ຮ່ວມງານ ເພື່ອສູ້ຊົນຫຼຸດຜ່ອນອັດຕາຄວາມທຸກຍາກ ແລະ ການຂາດສານອາຫານ, ໄດ້ເຮັດໃຫ້ອັດຕາການເຂົ້າໂຮງຮຽນຊັ້ນປະຖົມດີຂຶ້ນ ແລະ ນັບຕັ້ງແຕ່ ປີ 1990 ເປັນຕົ້ນມາ ສາມາດ ຫຼຸດຜ່ອນອັດຕາການຕາຍຂອງເດັກອາຍຸຕໍ່າກວ່າ 5 ປີ ລົງໄດ້ເຄິ່ງໜຶ່ງ. ພວກເຮົາໄດ້ສືບຕໍ່ເຮັດວຽກຮ່ວມກັນ ໃນບັນດາຂົງເຂດວຽກງານທາງດ້ານຍຸດທະສາດ ເປັນຕົ້ນ: ການປົກຄອງ, ສົ່ງເສີມການເຕີບໂຕທາງດ້ານເສດຖະກິດທີ່ສົ່ງຜົນປະໂຫຍດໃຫ້ແກ່ທຸກຄົນ, ການແກ້ໄຂບັນດາສິ່ງກີດຂວາງຕ່າງໆຕໍ່ການພັດທະນາ ທີ່ມາຈາກບັນຫາລະເບີດຕົກຄ້າງບໍ່ທັນແຕກ ແລະ ຮັບປະກັນຊີວິດການເປັນຢູ່ ແລະ ການເຂົ້າເຖິງການບໍລິການຂັ້ນພື້ນຖານສຳລັບທຸກໆຄົນ, ສ້າງຄວາມເຂັ້ມແຂງໃຫ້ແກ່ການຮັບມືກັບຜົນກະທົບ ແລະ ໄພພິບັດທາງທຳມະຊາດ ແລະ ສ້າງຄວາມກ້າວໜ້າ ໃນການພັດທະນາມະນຸດ.

ເຖິງຢ່າງໃດກໍ່ຕາມ, ການປະຕິບັດໜ້າທີ່ຂອງ ອົງການ ສປຊ ໃນໄລຍະຜ່ານມາບໍ່ໄດ້ລາບລື່ນສະເໝີໄປ ແລະ ຜົນສຳເລັດຫຼາຍຢ່າງເຫຼົ່ານີ້ ກໍ່ປາສະຈາກບໍ່ໄດ້ບັນດາສິ່ງກີດຂວາງ ແລະ ຂໍ້ຫຍຸ້ງຍາກຕ່າງໆ. ຄຽງຄູ່ກັບຜົນສຳເລັດທີ່ຍິ່ງໃຫຍ່ຫຼາຍອັນ, ໂລກຂອງເຮົາຍັງຄົງປະເຊີນກັບຄວາມບໍ່ສະເໝີພາບທີ່ຍັງເພີ່ມຂຶ້ນ, ຍັງມີຕໍ່ສູ້ກັນດ້ວຍກຳລັງອາວຸດ, ການກໍ່ການຮ້າຍ, ບໍ່ມີສະຖຽນລະພາບ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ. ປະຊາຊົນຢູ່ຫຼາຍພາກພື້ນຂອງໂລກ ຍັງຈຳໃຈຕ້ອງສ່ຽງຊີວິດເດີນທາງໄປຊອກຫາຄວາມປອດໄພໃນຊີວິດ ແລະ ບ່ອນລີ້ໄພ ແລະ ປະເທດດ້ອຍພັດທະນາ ຫຼາຍປະເທດໃນໂລກ ຍັງສືບຕໍ່ຫຼ້າຫຼັງໃນການພັດທະນາ.

ຈາກບັນຫາທີ່ສະຫຼັບຊັບຊ້ອນດັ່ງກ່າວ ປະກອບກັບ ຄວາມມຸ້ງໝັ້ນ ທີ່ຈະຍຶດຖື ຄຸນຄ່າຕົ້ນຕໍ ຂອງກົດບັດ ສປຊ ທີ່ໄດ້ສືບຕໍ່ຂັບເຄື່ອນ ອົງການ ສປຊ ແລະ ປະເທດສະມາຊິກ ໃຫ້ເດີນໜ້າຕໍ່ໄປ ເພື່ອຊອກຫາຫົນທາງ ແລະ ຫົວຄິດປະດິດສ້າງອັນໃໝ່ ແນໃສ່ເຮັດໃຫ້ ການຈັດຕັ້ງປະຕິບັດ ວາລະການພັດທະນາແບບຍືນຍົງ ພາຍໃຕ້ຄຳຂວັນ ພວກເຮົາພ້ອມກັນກ້າວໄປ ໃຫ້ມີຄວາມຄືບໜ້າ.  

ການສະເຫຼີມສະຫຼອງ ການສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ ບໍ່ພຽງແຕ່ເປັນໂອກາດທີ່ສະແດງໃຫ້ເຫັນເຖິງຜົນສຳເລັດເທົ່ານັ້ນ, ແຕ່ຍັງເປັນໂອກາດທີ່ຕັ້ງຄຳຖາມຕໍ່ພວກເຮົາ ວ່າ ພວກເຮົາຕ້ອງການອະນາຄົດຄືແນວໃດ ແລະ ພວກເຮົາ ຈະສາມາດພ້ອມຮ່ວມແຮງກັນຄືແນວໃດ ເພື່ອຮັບປະກັນ ໃນການເຮັດໃຫ້ ອົງການ ສປຊ ມີຄວາມເຂັ້ມແຂງແທດເໝາະກັບສະພາບປັດຈຸບັນ ໃນການເຮັດໃຫ້ໂລກໜ່ວຍນີ້ ມີຄວາມຍືນຍົງ, ມີຄວາມເທົ່າທຽມກັນ ແລະ ມີສັນຕິພາບ ຫຼາຍກ່ວາເກົ່າ.

ການແຜ່ລະບາດຂອງ ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ທຸຄົນ ຢູ່ໃນທົ່ວທຸກຫົນແຫ່ງ - ເຊິ່ງອັນນີ້ ແມ່ນສິ່ງທ້າທາຍຂອງໂລກ ທີ່ອົງການ ສປຊ ຕ້ອງສະແດງຄວາມເປັນຜູ້ນຳ ແລະ ຄວາມເຂັ້ມແຂງ. ຜົນກະທົບຫຼາຍດ້ານ ຈາກການລະບາດຂອງພະຍາດດັ່ງກ່າວ ໄດ້ເປີດແປນໃຫ້ເຫັນເຖິງໂລກຂອງພວກເຮົາຍັງມີຄວາມອ່ອນໄຫວ ແລະ ຍັງໄດ້ຊີ້ໃຫ້ເຫັນອີກວ່າ ໃນເມື່ອພວກເຮົາບໍ່ສາມາດແກ້ໄຂບັນດາສິ່ງທ້າທາຍລະດັບສາກົນເຫຼົ່ານີ້, ຜູ້ທີ່ໄດ້ຮັບຜົນກະທົບຫຼາຍກ່ວາໝູ່ ແມ່ນກຸ່ມຄົນທີ່ມີຄວາມອ່ອນໄຫວ. ອັນນີ້ຍັງໄດ້ຢັ້ງຢືນອີກວ່າ ການຮ່ວມມືຫຼາຍຝ່າຍ ແລະ ຄວາມສາມັກຄີແບບໄຮ້ພົມແດນ ແລະ ຮຸ່ນຄົນ ແມ່ນສິ່ງຈຳເປັນທີ່ຈະເຮັດໃຫ້ທຸກຄົນສາມາດແບ່ງປັນຄວາມຈະເລີນຮຸ່ງເຮືອງ.

ພວກເຮົາຮ່ວມມືກັນແກ້ໄຂບັນຫາໂລກລະບາດຄັ້ງນີ້ ໄດ້ດີຄືແນວໃດ ກໍ່ຈະກາຍເປັນແບບຢ່າງ ສໍາລັບ ການແກ້ໄຂບັນຫາສິ່ງທ້າທາຍທີ່ໃຫຍ່ກ່ວາ, ບໍ່ວ່າຈະແມ່ນ ວິກິດການທາງດ້ານການປ່ຽນແປງຂອງດິນຟ້າອາກາດ, ການພັງທະລາຍຂອງລະບົບນິເວດ, ການເພີ່ມຂື້ນຂອງຄວາມບໍ່ສະເໝີພາບ, ການເກີດຂຶ້ນຄວາມຮຸນແຮງໃນຮູບແບບໃໝ່ ແລະ ການປ່ຽນແປງຢ່າງໄວວາຂອງເຕັກໂນໂລຊີ ແລະ ທາງດ້ານປະຊາກອນ. ການຕອບໂຕ້ຂອງພວກເຮົາ ຈະເປັນຕົວກຳນົດ ວ່າໂລກເຮົາຈະຟື້ນຕົວໄດ້ໄວຊໍ່າໃດ ແລະ ພວກເຮົາຈະສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໄດ້ຫຼືບໍ່, ເຊິ່ງອັນນີ້ ຍັງຄົງເປັນແມ່ພິມ ສໍາລັບ ການພັດທະນາ ທີ່ຕ້ອງເອົາຄົນເປັນໃຈກາງ ໃຫ້ດີກ່ວາເກົ່າ.

ສິ່ງທີ່ສຳຄັນ ກໍ່ຄື ພວກເຮົາ ຕ້ອງຍາດເອົາໂອກາດນີ້ ເພື່ອຢືນຢັນເຖິງຄວາມໝາຍໝັ້ນຮ່ວມກັນ ຕໍ່ເເຜນປະຕິບັດງານ ແລະ ຈຸດປະສົງເປົ້າໝາຍຂອງ ເປົ້າໝາຍການພັດທະນາແບບຍືນຍົງ ໃນການທີ່ຈະບັນລຸບູລິມະສິດດ້ານການພັດທະນາຂອງພວກເຮົາ; ກຳນົດຮູບແບບສຳລັບອະນາຄົດ ອີງໃສ່ 5 ມິຕິ (5Ps) ພາຍໃຕ້ວາລະປີ 2030 ລວມມີ: ປະຊາຊົນ (People), ຄວາມຈະເລີນຮຸ່ງເຮືອງ (Prosperity), ໜ່ວຍໂລກ (Planet), ການເປັນຄູ່ຮ່ວມງານ (Partnership) ແລະ ສັນຕິພາບ (Peace).

ແນວທາງ 5Ps ໄດ້ຊີ້ໃຫ້ພວກເຮົາທົບທວນຄືນ ກ່ຽວກັບແນວທາງການພັດທະນາ. ເປັນເວລາດົນນານມາແລ້ວ ທີ່ການຕັດສິນໃຈຂອງພວກເຮົາ ແມ່ນໃຫ້ບຸລິມະສິດແກ່ການເຕີບໂຕທາງດ້ານເສດຖະກິດເປັນຫຼັກ, ເຊິ່ງອັນນີ້ ໄດ້ນຳໄປສູ່ຄວາມບໍ່ຍືນຍົງ ແລະ ຜົນປະໂຫຍດໄປບໍ່ທົ່ວເຖິງ ອັນໄດ້ສົ່ງຜົນກະທົບສິ່ງແວດລ້ອມ ແລະ ຄວາມບໍ່ສະເໝີສະພາບທາງດ້ານເສດຖະກິດ-ສັງຄົມ. ເພື່ອຮັບປະກັນວ່າພວກເຮົາຢູ່ໃນທ່າກຽມພ້ອມທີ່ດີທີ່ສຸດ ເພື່ອຮັບມືກັບສິ່ງທ້າທາຍທີ່ຈະເກີດຂຶ້ນໃນອະນາຄົດ ແລະ ຮັບປະກັນຄຸນນະພາບຊີວິດທີ່ດີສຳລັບຄົນຮຸ່ນຕໍ່ໄປ, ສັງຄົມພວກເຮົາຕ້ອງເປີດກວ້າງຄວາມເຂົ້າໃຈ ກ່ຽວກັບ ຄວາມກ້າວໜ້າ, ການລົງທຶນເພື່ອແກ້ໄຂບັນຫາທີ່ສະຫຼັບສັບຊ້ອນ ແລະ ເຊື່ອມໂຍງກັນ ທີ່ແນໃສ່ສ້າງຊຸມຊົນ ທີ່ເຂັ້ມແຂງທົນທານ ແລະ ເຊື່ອມຈອດກັນ ແລະ ຖືເອົາການຕັດສິນບັນຫາ ຕິດພັນກັບຄົນເປັນແກນກາງ.

ຢູ່ ສປປ ລາວ ມີທ່າແຮງບົ່ມຊ້ອນສູງ ສຳລັບວິໄສທັດດັ່ງກ່າວ ເນື່ອງຈາກວ່າ ລັດຖະບານ ໄດ້ເດີນໜ້າຍຶດໝັ້ນຕໍ່ແນວທາງການພັດທະນາສີຂຽວ, ຮັບປະກັນຄຸນນະພາບ, ມີຈຸດສຸມ ແລະ ຍືນຍົງ - ສະແດງອອກຢູ່ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (NSEDP). ຄວາມຕັ້ງໃຈດັ່ງກ່າວນີ້ ສະແດງໃຫ້ເຫັນຢ່າງຊັດເຈນ ໃນຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ຮອດປີ 2025 ທີ່ໄດ້ຮັບຮອງໃນຫວ່າງບໍ່ດົນມານີ້ ທີ່ຈະຊ່ວຍໃຫ້ປະຊາຊົນລາວທຸກຄົນ ສາມາດເຂົ້າເຖິງການປົກປ້ອງທາງສັງຄົມໂດຍພື້ນຖານ. ຍຸດທະສາດການເຕີບໂຕສີຂຽວຂອງປະເທດ ແລະ ການປະກອບສ່ວນ ໃນສົນທິສັນຍາ ສປຊ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ໄດ້ສ້າງເງື່ອນໄຂໃຫ້ ສປປ ລາວ ໄດ້ຜົນປະໂຫຍດຈາກຊັບສິນທາງທຳມະຊາດ ໂດຍຜ່ານຮູບແບບການເຕີບໂຕແບບຍືນຍົງ ແລະ ທົ່ວເຖິງ. ພ້ອມກັນນັ້ນ, ສປປ ລາວ ກໍ່ຮັບຮູ້ພັນທະຂອງຕົນ ໃນການລົງທຶນໃສ່ໄວໜຸ່ມຍຸກໃໝ່, ການສຸມໃສ່ປັບປຸງດ້ານໂພຊະນາການ ແລະ ການສຶກສາທີ່ດີຂື້ນສຳລັບເດັກນ້ອຍ ຄຽງຄູ່ກັບການເສີມຂະຫຍາຍການລົງທຶນດ້ານພື້ນຖານໂຄງລ່າງດິຈິຕອລ ແລະ ອຸດສາຫະກຳການເຕີບໂຕທີ່ຍືນຍົງ ລວມເຖິງດ້ານການສົ່ງເສີມຂະແໜງການທ່ອງທ່ຽວ.

ໃນຂະນະທີ່ພວກເຮົາກໍາລັງປະເຊີນໜ້າກັບວິກິດຈາກ ພະຍາດໂຄວິດ-19 ແລະ ການຮຽກຮ້ອງໃຫ້ " ສ້າງຄືນໃໝ່ໃຫ້ດີກວ່າເກົ່າ ", ສປປ ລາວ ສາມາດລະດົມການລົງທຶນ ໃຫ້ໄປຕາມແນວທາງ 5Ps, ເພື່ອເປັນການສ້າງອະນາຄົດທີ່ຮຸ່ງເຮືອງ ແລະ ຍືນຍົງສຳລັບໝົດທຸກຄົນ. ມັນເປັນສິ່ງຈຳເປັນທີ່ ພວກເຮົາຕ້ອງເຮັດວຽກຮ່ວມກັນ ເພື່ອສ້າງຮູບແບບການເຕີບໂຕແບບທົ່ວເຖິງ ແລະ ເດີນຕາມເສັ້ນທາງດັ່ງກ່າວ ເພື່ອກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ (LDC) ຢ່າງຍືນຍົງ.

ໃນໄລຍະເວລາ 75 ປີ ຜ່ານມາ ອົງການ ສປຊ ໄດ້ຍຶດໝັ້ນຢ່າງເດັດດ່ຽວ ໃນການສ້າງການຮ່ວມມືສາກົນ ແລະ ສົ່ງເສີມການຮ່ວມມືຫຼາຍຝ່າຍ ໄປພ້ອມກັບການຍົກສູງ ແລະ ຂັບເຄື່ອນການຈັດຕັ້ງປະຕິບັດວາລະການຮ່ວມມື ແລະ ສິດທິມະນຸດສາກົນ. ບໍ່ມີອົງການຈັດຕັ້ງສາກົນໃດໃນໂລກ ທີ່ສາມາດໃຫ້ຄວາມຫວັງແກ່ຄົນຈຳນວນຫຼວງຫຼາຍ ເພື່ອສ້າງໂລກທີ່ດີກວ່າ. ບົນພື້ນຖານປະຫວັດສາດ, ປະສົບປະການ ແລະ ຄວາມເຂົ້າໃຈດັ່ງກ່າວ ລັດຖະບານເເຫ່ງ ສປປ ລາວ ແລະ ອົງການ ສປຊ ຈະສືບຕໍ່ເອົາໃຈໃສ່ ຕໍ່ສູ້ກັບສິ່ງທ້າທາຍທີ່ພວກເຮົາກຳລັງປະເຊີນໜ້າ, ຖອດຖອນບົດຮຽນຈາກການເປັນຄູ່ຮ່ວມງານ ແລະ ການຈັດຕັ້ງປະຕິບັດແຜນງານຮ່ວມມືຫຼາຍຝ່າຍ ເພື່ອຊອກຫາວີທີການໃໝ່ໆ ໃນການສ້າງໂລກໃນແບບທີ່ພວກເຮົາຕ້ອງການ.

 

 

ບົດຄວາມເຫັນຮ່ວມນີ້ ໄດ້ຂຽນໂດຍ ພະນະທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຊາຣາ ເຊັກເກເນັສ, ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ.

UN entities involved in this initiative

UN
United Nations

Goals we are supporting through this initiative