Press Release

ກອງປະຊຸມເຜີຍແຜ່ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ແລະ ເປີດໂຕໂຄງການຮ່ວມມືກັບອົງການສະຫະປະຊາຊາດ ເພື່ອສະໜັບສະໜູນລະບົບປົກປ້ອງສັງຄົມແຫ່ງຊາດ ໃນ ສປປ ລາວ

08 October 2020

Photo: © ILO Lao PDR

ຄັ້ງວັນທີ 30 ກັນຍາ 2020, ທີ່ນະຄອນຫຼວງວຽງຈັນ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມເຜີຍແຜ່ຍຸດະສາດການປົກປ້ອງສັງຄົມແຫ່ງຊາດ ແລະ ເປີດໂຕໂຄງການຮ່ວມມືກັບອົງການສະຫະປະຊາຊາດ ເພື່ອສະໜັບສະໜູນວຽກປົກປ້ອງສັງຄົມ ບໍ່ປະຖີ້ມໃຜໄວ້ຂ້າງຫຼັງ: ສ້າງລະບົບປົກປ້ອງສັງຄົມຂັ້ນພື້ນຖານ ໃນ ສປປ ລາວ ໃນວັນທີ 30 ກັນຍາ 2020 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງໃບຄຳ ຂັດທິຍະ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຊາຣາ ເສັກເກເນສ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ມີບັນດາອົງການເຄື່ອຂ່າຍສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສັງຄົມ ແລະ ອົງການ ບໍ່ສັງກັດລັດ ທີ່ມີສ່ວນຮ່ວມໃນການສົ່ງເສີມ ແລະ ສະໜັບສະໜູນວຽກງານປົກປ້ອງສັງຄົມ ໃນ ສປປ ລາວ ເຂົ້າຮ່ວມ.

ລັດຖະບານ ແຫ່ງ ສປປ ລາວ ໄດ້ອອກດຳລັດ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ສະບັບເລກທີ 224/ນຍ ລົງວັນທີ 1 ເມສາ 2020 ຊຶ່ງຍຸດທະສາດໄດ້ກຳນົດວິໄສທັດຮອດປີ 2030 ປະຊາຊົນລາວ ຕາມກຸ່ມເປົ້າໝາຍຕ່າງໆ ໄດ້ຮັບການເຂົ້າເຖິງການບໍລິການລະບົບປົກປ້ອງສັງຄົມດ້ານການປະກັນສຸຂະພາບ, ການປະກັນສັງຄົມ ແລະ ສະຫວັດດີການສັງຄົມຂັ້ນພື້ນຖານ ຢ່າງກວ້າງຂວາງ, ສະເໝີພາບ, ມີປະສິດທິພາບ ແລະ ຄວາມຍືນຍົງ. ຍຸດທະສາດ ໄດ້ກຳນົດເປົ້າໝາຍລວມ ຮອດປີ  2025, ລະບົບປົກປ້ອງສັງຄົມ ໄດ້ຮັບການພັດທະນາໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບດີຂື້ນ ໂດຍມີເປົ້າໝາຍໃນການໃຫ້ບໍລິການປົກປ້ອງສັງຄົມ ໃຫ້ກວມເອົາກຸ່ມເປົ້າໝາຍຢ່າງກວ້າງຂວາງກ່ວາເກົ່າ ແລະ ມີມາດຕະຖານດ້ານການບໍລິການທີ່ມີຄຸນນະພາບທີ່ມີຂື້ນ ໂດຍໄດ້ກຳນົດ 3 ຈຸດປະສົງຕົ້ນຕໍ ຄື: ວຽກປະກັນສຸຂະພາບ, ວຽກປະກັນສັງຄົມ ແລະ ວຽກສະຫວັດດີການສັງຄົມ ຊຶ່ງໄດ້ຈັດວາງບັນດາກິດຈະກຳ ທີ່ຈະຈັດຕັ້ງປະຕິບັດບັນດາຕົວຊີ້ວັດຂອງແຕ່ລະຈຸດປະສົງ ເພື່ອບັນລຸຜົນສຳເລັດຕາມເປົ້າໝາຍທີ່ໄດ້ກຳນົດໄວ້.

ສຳລັບໂຄງການຮ່ວມມືກັບອົງການສະຫະປະຊາຊາດ ເພື່ອສະໜັບສະໜູນວຽກປົກປ້ອງສັງຄົມ “ບໍ່ປະຖີ້ມໃຜໄວ້ຂ້າງຫຼັງ: ສ້າງລະບົບປົກປ້ອງສັງຄົມຂັ້ນພື້ນຖານ ໃນ ສປປ ລາວ” ມີຈຸດປະສົງເພື່ອສະໜັບສະໜູນລັດຖະບານ ແຫ່ງ ສປປ ລາວ ໃນການຂະຫຍາຍຂອບເຂດການປົກປ້ອງສັງຄົມໃຫ້ແກ່ປະຊາຊົນລາວບັນດາເຜົ່າຫຼາຍຂື້ນກວ່າເກົ່າ ແລະ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງ ໂດຍສະເພາະແມ່ນ ເປົ້າໝາຍທີ 1 (ການລຶບລ້າງຄວາມທຸກຍາກ), ເປົ້າໝາຍທີ 2 (ການລຶບລ້າງໄພອຶດຫິວ), ເປົ້າໝາຍທີ 16 (ການສົ່ງເສີມສັນຕິພາບ, ຄວາມຍຸຕິທຳ ແລະ ສ້າງສະຖາບັນທີ່ເຂັ້ມແຂງ) ແລະ ເປົ້າໝາຍທີ 17 (ການເປັນຄູ່ຮ່ວມງານເພື່ອບັນລຸເປົ້າໝາຍອັນດຽວກັນ). ກິດຈະກຳໂຄງການ ຈະຊ່ວຍໃນການໃຫ້ອຸດໜູນບໍລິການສະຫວັດດີການສັງຄົມແບບເສື່ອມສານໃຫ້ແກ່ເດັກ ຈຳນວນ 1,400 ຄົນ ທີ່ມີອາຍຸຕ່ຳກ່ວາ 12 ເດືອນ, ລວມທັງ ການໃຫ້ອຸດໜູນເບ້ຍລ້ຽງແມ່ ແລະ ເດັກ, ຊຸດບໍລິການສະຫວັດດີການເດັກ ແລະ ສະໜັບສະໜູນການຂື້ນທະບຽນການເກີດຂອງເດັກ. ພ້ອມນີ້, ໂຄງການຮ່ວມມືດັ່ງກ່າວ ຍັງມີຄວາມສຳຄັນຍິ່ງ ໂດຍສະເພາະໃນສະພາບການທີ່ບັນດາປະເທດພວມຮັບມືກັບການລະບາດຂອງພະຍາດ ໂຄວິດ 19 ທີ່ສົ່ງຜົນກະທົບໜັກໜ່ວງຕໍ່ກັບເສດຖະກິດ ເຮັດໃຫ້ອັດຕາການຫວ່າງງານເພີ່ມຂຶ້ນ ຊຶ່ງສົ່ງຜົນຕໍ່ການດຳລົງຊີວິດຂອງປະຊາຊົນຈຳນວນຫຼວງຫລາຍ ຊຶ່ງຕໍ່ວິກິດການດັ່ງກ່າວ ຈຳເປັນຕ້ອງໄດ້ມີລະບົບການປົກປ້ອງສັງຄົມແຫ່ງຊາດ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນໃນກຸ່ມເປົ້າໝາຍໄດ້ຮັບການປົກປ້ອງສັງຄົມຫຼາຍຂື້ນ.  ໂຄງການດັ່ງກ່າວ ຈະໄດ້ຈັດຕັ້ງປະຕິບັດບັນດາກິດຈະກຳ ຈົນເຖິງທ້າຍປີ 2021 ໂດຍການມີສ່ວນຮ່ວມຂອງບັນດາຂະແໜງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກກອງທຶນເພື່ອເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ ໃນຈຳນວນ 2 ລ້ານໂດລາສະຫະລັດ ແລະ ຈາກລັດຖະບານອົດສະຕາລີ (DFAT) ໃນຈຳນວນ 7 ແສນໂດລາສະຫະລັດ, ພ້ອມນີ້ ຍັງໄດ້ຮັບການຊ່ວຍເຫຼືອດ້ານວິຊາການ ຈາກອົງການແຮງງານສາກົນ (ILO), ອົງການ UNICEF ແລະ ອົງການ UNCDF ປະຈຳລາວ.

ໃນຄຳເຫັນກ່າວຕໍ່ກອງປະຊຸມ ທ່ານ ນາງ ໃບຄຳ ຂັດຕິຍະ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວໃນບາງຕອນວ່າ: ຄວາມພະຍະຍາມຮ່ວມກັນໃນຄັ້ງນີ້ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ຈະປະກອບສ່ວນອັນໃຫຍ່ຫຼວງຕໍ່ການສ້າງ ແລະ ພັດທະນາກົນໄກການໃຫ້ອຸດໜູນດ້ານສະຫວັດດີການສັງຄົມພາຍໃນປະເທດ ແລະ ຈະເປັນການສ້າງຄວາມອາດສາມາດພາຍໃນໃຫ້ມີຄວາມເຂັ້ມແຂງເພື່ອໃຫ້ການສະໜັບສະໜູນແມ່ ແລະ ເດັກ. ການຮ່ວມມືຂອງພວກເຮົາດ້ານການປັບປຸງລະບົບຄຸ້ມຄອງການເງີນພາກລັດ ໂດຍຜ່ານການສ້າງສາລະ ບານບັນຊີສະເພາະດ້ານວຽກງານປົກປ້ອງສັງຄົມ ແລະ ກົນໄກການລົງທຶນແບບມີຍຸດທະສາດ ແມ່ນຈະຊ່ວຍໃນການຈັດສັນງົບ ປະມານໃຫ້ແກ່ວຽກງານປົກປ້ອງສັງຄົມເພີ່ມຂຶ້ນ. ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ທຸກຄວາມພະຍະຍາມນີ້ຈະເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງສັງຄົມແຫ່ງຊາດພາຍໃນປະເທດເຮົາໃຫ້ມີຄວາມເຂັ້ມແຂງຂຶ້ນ ແລະ ຈະເປັນບາດກ້າວສຳຄັນໃນການຈັດຕັ້ງປະຕິບັດ ການໃຫ້ອຸດໜູນດ້ານສະຫວັດດີການສັງຄົມໃຫ້ເປັນລະ ບົບທີ່ມີປະສິດທິ ພາບຫຼາຍຂຶ້ນ ຊິ່ງເປັນໜື່ງເປົ້າໝາຍໃນສາມເສົາຄ້ຳຫຼັກຂອງຍຸດທະສາດປົກປ້ອງສັງຄົມແຫ່ງຊາດ ຢູ່ ສປປ ລາວ.

ພ້ອມນັ້ນ, ທ່ານ ນາງ ຊາຣາ ເສັກເກເນສ, ຜູ້ຕາງໜ້າ ອົງການ ສະຫະປະຊາຊາດ ປະຈຳ ສປປ ລາວ ກໍ່ໄດ້ກ່າວ “ໃນການຈັດຕັ້ງປະຕິບັດໂຄງການນີ້, ສະແດງໃຫ້ເກັນເຖິງການເປັນໜຶ່ງດຽວຂອງອົງການສະຫະປະຊາຊາດໂດຍນຳໃຊ້ວິທີການແບບເສື່ອມສານ ແລະ ເປັນລະບົບ ເພື່ອການສະໜັບສະໜູນ ລັດຖະບານ ແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດຍຸດທະສາດປົກປ້ອງສັງຄົມແຫ່ງຊາດ ຊຶ່ງລະບົບປົກປ້ອງສົງຄົມແມ່ນມີຄວາມສຳຄັນສຳລັບທຸກຄົນ ໂດຍສະເພາະກຸ່ມຜູ້ດ້ອຍໂອກາດ, ເພື່ອເປັນການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ໂດຍບໍ່ປະຖິ້ມຜູ້ໃດຢູ່ຂ້າງຫຼັງ ແລະ ເປັນການກະຕຸ້ນອັດຕາການເຕີບໂຕຂອງດັດຊະນີໝາຍດ້ານຊັບພະຍາກອນມະນຸດພາຍໃນປະເທດ ເພື່ອປະກອບສ່ວນໃຫ້ແກ່ການບັນລຸເປົ້າໝາຍຫລຸດພົ້ນຈາກປະເທດດ້ອຍພັດທະນາ”.

ເພື່ອໃຫ້ສາມາດບັນລຸໄດ້ຜົນສຳເລັດຕ່າງໆທີ່ໄດ້ກຳນົດໄວ້ນັ້ນ, ການສະໜັບສະໜູນດ້ານງົບປະມານ ແລະ ວິຊາການ ຈາກບັນດາອົງການເຄື່ອຂ່າຍສະຫະປະຊາຊາດ ກໍ່ຄືບັນດາອົງການຈັດຕັ້ງສາກົນຕ່າງໆ ແລະ ບັນດາຂະ   ແໜງການທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ລ້ວນແລ້ວແຕ່ມີຄວາມຈຳເປັນ ແລະ ສຳຄັນທີ່ສຸດ ເພື່ອຮ່ວມກັນຈັດຕັ້ງປະຕິບັດບັນດາຈຸດປະສົງ ແລະ ຄາດໝາຍທີ່ໂຄງການໄດ້ກຳນົດ ເວົ້າສະເພາະ, ເວົ້າລວມກໍເພື່ອປະກອບສ່ວນຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸວິໄສທັດການພັດທະນາແບບຍືນຍົງ ໃນປີ 2030.

 

ຂໍ້ມູນເພີ່ມເຕີມ ຕິດຕໍ່:

ກົມແຜນການ ແລະ ການຮ່ວມມືສາກົນ, ພະແນກຮ່ວມມືສາກົນ: ໂທ 021 255184

ອົງການແຮງງານສາກົນ:

ທ່ານ ນາງ ເຂັມພອນ ເຜົ່າຄຳແກ້ວ, ຜູ້ປະສານງານ (ສຳລັບພາສາລາວ ແລະ ອັງກິດ)

khemphone@ilo.org

ໂທ. +856 20 5662 1760

 

ທ່ານ Matthew Johnson-Idan, ນັກເສດຖະສາດອາວຸດໂສ, ຫ້ອງການຜູ້ຕາງໜ້າອົງການສະຫະປະຊາຊາດ (UN Resident Coordinator’s Office) (ສຳລັບພາສາອົງກິດ)

matthew.johnson-idan@un.org

ໂທ. +856 20 5551 4578

UN entities involved in this initiative

UNCDF
United Nations Capital Development Fund
UNICEF
United Nations Children’s Fund

Goals we are supporting through this initiative