ຂ່າວສານ

ອົງການສະຫະປະຊາຊາດ ແລະ ບັນດາໜ່ວຍງານດ້ານອາຫານໃຫ້ການຕ້ອນຮັບການລົງຢ້ຽມຢາມຂອງ ພະນະທ່ານນາງ ຊິນດີ້ ແມັກເຄນ, ເອກອັກຄະຣາຊທູດສະຫະລັດອາເມລິກາ ປະຈຳອົງການສະຫະປະຊາຊາດ ປະຈຳ ນະຄອນຫຼວງ ໂຣມ ປະເທດ ອີຕາລີ

30 ພະຈິກ 2022

ນະຄອນຫຼວງວຽງຈັນ, 30 ພະຈິກ 2022 - ພະນະທ່ານ ​ນາງ ຊິນດີ້ ແມັກເຄນ, ຜູ້ຕາງໜ້າ​ຖາວອນ​ຂອງ​ສະຫະ​ລັດອາເມລິກາປະຈຳ​ອົງການ​ສະຫະ​ປະຊາ​ຊາດ ​ປະຈຳ​ນະຄອນຫຼວງ ໂຣມ ທີ່​ໄດ້ຖືກມອບອຳນາດໃຫ້ວຽກ​ງານ ​ດ້ານ​ອາຫານ, ກະສິກຳ, ໂພຊະນາ​ການ ​ແລະ ການ​ພັດທະນາ​ຊົນນະບົດ, ອົງການ​ອາຫານ ​ແລະ ການ​ກະ​ເສດ, ອົງການ​ອາຫານ​ໂລກ ​ແລະ ອົງການກອງ​ທຶນ​ສາກົນ ເພື່ອການພັດທະນາກະສິກໍາ, ກໍາລັງລົງຢ້ຽມຢາມ ສປປ ລາວ ເພື່ອຮຽນຮູ້ກ່ຽວກັບກົນໄກການຮັບມືຂອງ ສປປ ລາວ ໃນສະພາວະວິກິດການດ້ານສະບຽງອາຫານໂລກ ແລະ ເພື່ອເນັ້ນໃຫ້ເຫັນເຖິງການສະຫນັບສະຫນູນຂອງສະຫະລັດຕໍ່ ສປປ ລາວ ກໍ່ຄືປະຊາຊົນລາວ.

ທ່ານເອກ​ອັກຄະຣາຊທູດ ຊິນດີ້ ແມັກເຄນ ​ໄດ້​ກ່າວເຖິງການລົງມາ​ຢ້ຽມຢາມ​ຂອງ​ທ່ານໃນຄັ້ງນີ້​​ວ່າ,

ວຽກ​ງານ​ຂອງ​ອົງການ​ອາຫານ ​ແລະ ການ​ກະ​ເສດ​ ແຫ່ງ​ສະຫະ​ປະຊາ​ຊາດ ​ແມ່ນ​ມີ​ຄວາມ​ສຳຄັນໃນການແກ້ໄຂບັນຫາ​ຄວາມ​ບໍ່​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ຢູ່ ສປປ ລາວ. ເຊິ່ງທັງສາມອົງການດັ່ງກ່າວແມ່ນໄດ້ເຮັດວຽກຮ່ວມ​ກັບ​ລັດຖະບານ​ລາວ ​ເພື່ອ​ຫຼຸດຜ່ອນ​ໄພອຶດຫິວ, ປັບປຸງ​ຜົນ​ການ​ຮຽນ​ຮູ້ ​ແລະ ສົ່ງເສີມດ້ານໂພຊະນາ​ການ​ໃຫ້​ແກ່​ນັກຮຽນຊັ້ນ​ປະຖົມ, ​ເສີມ​ຂະຫຍາຍ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ຂະໜາດ​ນ້ອຍ, ​ແລະ ​ເສີມ​ຂະຫຍາຍຄວາມຍຶດຍຸ່ນຂອງ​ລະບົບ​ອາຫານ​ຂອງ​ປະ​ເທດ. ຄວາມຂັດແຍ້ງ, ໂດຍສະເພາະແມ່ນສົງຄາມທີ່ກຳລັງເກີດຂຶ້ນໃນປະເທດ ຢູເຄລນ, ການປ່ຽນແປງຂອງດິນຟ້າອາກາດ ແລະ ພະຍາດໂຄວິດ-19 ແມ່ນໄດ້ເພີ່ມຄວາມອຶດຫິວໃຫ້ກັບຜູ້ຄົນທົ່ວໂລກໃນລະດັບທີ່ບໍ່ເຄີຍມີມາກ່ອນ. ດັ່ງນັ້ນ, ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ເປັນ​ຜູ້​ປະກອບສ່ວນ​ອັນ​ດັບ​ໜຶ່ງ ​ແລະ ໃຫ້ການສະໜັບສະໜູນ​ບັນດາ​ອົງການສາກົນຕ່າງໆ​ທີ່​ເຮັດ​ວຽກ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ.

ໃນລະຫວ່າງ​ການລົງ​ຢ້ຽມ​ຢາມ​​, ໃນ​ບົດ​ບາດ​ຂອງ​ລັດ​ຖະ​ບານສະຫະລັດ ​ອາ​ເມ​ລິ​ກາ​ ແລະ ໃນ​ຖາ​ນະ​ເປັນ​ຜູ້​ໃຫ້​ທຶນ​ທີ່ສຳ​ຄັນ​​ແກ່​ອົງ​ການຊ່ວຍເຫຼືອ​ດ້ານສະ​ບຽງ​ອາ​ຫານ​ ຂອງ​ອົງການສະ​ຫະ​ປະ​ຊາ​ຊາດ, ທ່ານ​ນາງ​ເອກ​ອັກ​ຄະຣັຊ​ທູດ ແມັກເຄນ ໄດ້ສັງເກດເຫັນ ແລະ ​ມີຄວາມ​ເຂົ້າ​ໃຈ​ເຖິງ​ຕົ້ນ​ຕໍ​ຂອງບັນຫາທີ່ເກີດຂຶ້ນໃນ ສປປ ລາວ ໂດຍສະເພາະ ແມ່ນ​ຄວາມ​ບໍ່​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ການ​ຂາດ​ສານ​ອາ​ຫານ​ກ ນອກຈາກນີ້, ທ່ານຍັງໄດ້​ເຫັນ​ວິທີການແກ້ໄຂບັນຫາໂດຍກົງຂອງ​ບັນດາໜ່ວຍງານຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ເຊິ່ງມີເປົ້າໝາຍເພື່ອຊ່ວຍຫຼຸດຜ່ອນຄວາມທຸກຍາກໃນ ສ ປປ ລາວ. ນອກຈາກນີ້, ການລົງຢ້ຽມຢາມໂຮງຮຽນປະຖົມອຸດົມສຸກ ທີ່ເມືອງ ບາຈຽງຈະເລີນສຸກ, ແຂວງ ຈຳປາສັກ. ເຮັດໃຫ້ທ່ານໄດ້ເຫັນເຖິງການຈັດຕັ້ງປະຕິບັດວຽກງານຂອງ ອົງການອາຫານໂລກ ໃນການສົ່ງເສີມໂພຊະນາການຂອງເດັກນ້ອຍໃນໂຮງຮຽນຢູ່ແຂວງ ຈຳປາສັກ.  ໂດຍໄດ້ຮັບການຊ່ວຍເຫຼືອຈາກກະຊວງກະສິກໍາຂອງສະຫະລັດອາເມລິກາເຊິ່ງເປັນຜູ້ໃຫ້ທຶນຫຼັກ ແລະ ໃຫ້ການສະໜັບສະໜູນມາຢ່າງຍາວນານ, ໂດຍໃຫ້ການສະໜັບສະໜູນດ້ານປະເພດອາຫານ ຜ່ານອົງການອາຫານໂລກໃຫ້ແກ່ ສປປ ລາວ. ເພື່ອປະກອບສ່ວນເຂົ້າໃນວຽກງານອາຫານທ່ຽງ ທີ່ອົງການອາຫານຖລກໄດ້ຈັດຕັ້ງປະຕິບັດ ໂດຍການສະໜອງອາຫານທ່ຽງທີ່ມີໂໂຊະນາການປະຈໍາວັນໃຫ້ແກ່ເດັກນ້ອຍຊັ້ນປະຖົມຫຼາຍກວ່າ 64,000 ຄົນໃນ 707 ໂຮງຮຽນໃນທົ່ວປະເທດ. ໃນຂະນະທີ່ຢ້ຽມຢາມຢູ່ຈໍາປາສັກ, ທ່ານເອກອັກຄະຣາຊທູດຍັງໄດ້ມີໂອກາດໄປຢ້ຽມຢາມສາງຂອງ ອົງການອາຫານໂລກ ທີ່ເມືອງ ປາກເຊ ແລະ ໄດ້ຮຽນຮູ້ກ່ຽວກັບວິທີການເຮັດຽກຂອງ ອົງການອາຫານໂລກທີ່ຂຶ້ນຊື່ວ່າເປັນອົງການຊ່ວຍເຫຼືອດ້ານມະນຸດສະທໍາທີ່ໃຫຍ່ທີ່ສຸດຂອງໂລກໃນການວາງເປົ້າໝາຍຊ່ວຍເຫຼືອແກ່ບັນດາເຂດທີ່ມີຄວາມສ່ຽງທີ່ສຸດໂດຍຜ່ານການສະໜອງການຊ່ວຍເຫຼືອດ້ານໂພຊະນາການ, ຊ່ວຍສ້າງການປັບໂຕ ຫຼື ເສີມສ້າງຄວາມຢືດຢຸ່ນຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຕອບໂຕ້ກັບໄພພິບັດສຸກເສີນຢູ່ ສປປ ລາວ.

ທ່ານ ຢານ ເດວລາເຣີ, ຜູ້ອໍານວຍການ ແລະ ຜູ້ຕາງຫນ້າຂອງອົງການອາຫານໂລກປະຈໍາ ສປປ ລາວ ກ່າວວ່າ, ແຜນຍຸດທະສາດສຳລັບ ສປປ ລາວຂອງພວກເຮົາແມ່ນໄດ້ຮັບການສະໜັບສະໜູນຢ່າງຫຼວງຫຼາຍຈາກສະຫະລັດອາເມລິກາ, ໂດຍສະເພາະການຊ່ວຍເຫຼືອດ້ານການເງິນຂອງກະຊວງກະສິກຳຂອງສະຫະລັດອາເມລິກາ ເພື່ອນຳໄປຈັດຕັ້ງປະຕິບັດ ແລະ ສະໜັບສະໜູນໂຄງການອາຫານໃນໂຮງຮຽນ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ. ໃນຫວ່າງບໍ່ດົນມານີ້, ອົງການຊ່ວຍເຫຼືອສາກົນເພື່ອການພັດທະນາ ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງວຽກງານຂອງພວກເຮົາໃນຂົງເຂດການສ້າງຄວາມຍືດຍຸ່ນໃຫ້ກັບຊຸມຊົນເພື່ອສ້າງຄວາມປອດໄພດ້ານສະບຽງອາຫານ. ທ່ານຍັງກ່າວເພີ່ມຕື່ມອີກວ່າ, ປັດຈຸບັນນີ້, ໂຄງການຂອງພວກເຮົາກໍາລັງຄ່ອຍໆຫັນໄປສູ່ການປ່ຽນຖ່າຍຄວາມເປັນເຈົ້າການໃຫ້ແກ່ລັດຖະບານລາວ ແລະ ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດ, ເຖິງຢ່າງໃດກໍ່ຕາມ, ພວກເຮົາຍັງສືບຕໍ່ຖືເອົາສະຫະລັດເປັນຄູ່ຮ່ວມງານທີ່ສໍາຄັນສໍາລັບ ສປປ ລາວ "

ສືບຕໍ່ການເດີນທາງລົງຢ້ຽມຢາມ ສປປ ລາວ ຂອງທ່ານ ຊິນດີ້ ແມັກເຄນ, ທ່ານໄດ້ເດີນທາງມາທີ່ນະຄອນຫຼວງວຽງຈັນ ແລະ ໄດ້ໃຊ້ເວລາຮ່ວມກັບອົງການອາຫານ ແລະ ການກະເສດ ເພື່ອຮຽນຮູ້ພາລະບົດບາດ ແລະ ເປົ້າໝາຍໃນການຫັນປ່ຽນລະບົບອາຫານກະສິກຳແບບຍືນຍົງ, ການເຕືອນໄພລ່ວງໜ້າ ແລະ ການຕອບສະໜອງ ເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19 ແລະ ວິກິດການທາງດ້ານສະບຽງອາຫານ ແລະ ພະລັງງານໂດຍສະເພາະ ນໍ້າມັນເຊື້ອໄຟ ໃນປະຈຸບັນ ທັງໃນເຂດຊົນນະບົດ ແລະ ຕົວເມືອງ.

ທັງນີ້, ທ່ານຍັງໄດ້ຮຽນຮູ້ກ່ຽວກັບວິທີການນຳໃຊ້ເຕັກໂນໂລຊີທີ່ເໝາະສົມ ແລະ ມີທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດເຂົ້າໃນການພັດທະນາເມັດພັນພືດ ແມ່ນມີຄວາມສຳຄັນຕໍ່ຂະແໜງກະສິກຳຂອງ ສປປ ລາວ ແລະ ມີບົດບາດຕໍ່ລະບົບອາຫານທົ່ວໂລກແນວໃດ. ທ່ານຍັງໄດ້ໄປຢ້ຽມຢາມສູນຄົ້ນຄວ້າເຂົ້າ ແລະ ພືດເງິນສົດ, ເຊິ່ງໄດ້ມີການພັດທະນາແນວພັນໃໝ່ ໂດຍຮັກສາແນວພັນພື້ນເມືອງ ແລະ ສະໜອງແນວພັນທີ່ມີຄຸນນະພາບໃຫ້ແກ່ຊາວກະສິກອນພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ເຂົ້າໃຈຢ່າງເລີກເຊິ່ງກ່ຽວກັບວຽກງານການຄົ້ນຄວ້າ ແລະ ພັດທະນາແນວພັນພືດທີ່ມີຄຸນນະພາບ ແລະ ແນວພັນພື້ນເມືອງ. ເຊິ່ງວຽກງານນີ້ຈະສົ່ງຜົນກະທົບໂດຍກົງຕໍ່ການຜະລິດຕະພັນພືດໂລກ ໃນອະນາຄົດແນວໃດ.

ນອກຈາກນີ້, ທ່ານຍັງ​ໄດ້​ສືບ​ຕໍ່​ລົງ​ຢ້ຽມ​ຢາມ​ເບິ່ງ​ການ​ພັດ​ທະ​ນາ ແລະ ຜົນ​ສຳ​ເລັດ​ຂອງ​ສະ​ມາ​ຊິກ​ແມ່​ຍິງ​​ແບບ​ຢ່າງ​ໃນ​ການ​ຜະ​ລິດ​ຜັກ​ປອດ​ສານພິດ​ຂອງ​ຊາວ​ກະ​ສິ​ກອນ​ຂະ​ຫນາດ​ນ້ອຍ ສະຫະກອນກະເສດທົ່ງມີໄຊ ເຊິ່ງຖືໄດ້ວ່າເປັນຜູ້ສະໜອງອາຫານທີ່ມີຄຸນນະພາບສູງ ແລະ ປອດໄພ ໃຫ້ແກ່ຊາວນະຄອນຫຼວງວຽງຈັນ. ດ້ວຍ​ການ​ສົ່ງເສີມ ແລະ ສະໜັບສະໜູນ ຈາກອົງການອາຫານ ແລະ ການກະເສດ ເຊິ່ງເປັນ​ກຸ່ມ​ຊາວ​ກະ​ສິ​ກອນ​ຕົວ​ແບບ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ, ເຊິ່ງຊ່ວຍໃຫ້ສະ​ຫະ​ກອນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​​ໂອ​ກາດດັ່ງກ່າວ ແລະ ເປັນການ​ເພີ່ມ​ທະ​ວີ​ເສີມ​ຂະ​ຫຍາຍ​ຄວາມອາດ​ສາ​ມາດ​ຂອງ​ພວກເຂົາ.

ທ່ານ ນາຊ່າ ຮ່າຢາດ, ຜູ້ຕາງໜ້າອົງການ ອາຫານ ແລະ ການກະເສດ ປະຈຳ ສປປ ລາວ ກ່າວວ່າ: ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ​ທີ່​ໄດ້​ເຫັນ​ການ​ຮ່ວມ​ມື​ກັບ​ລັດຖະບານ​ໃນ​ການ​ປັບປຸງ​ຄຸນ​ນະພາ​ບຂອງ​ເມັດພັນ​ພືດ ​ແລະ ຮັບປະກັນ​ການ​ຜະລິດ​​ທີ່​ມີຄວາມປອດ​ໄພ, ມີ​ຄວາມ​ຫຼາກ​ຫຼາຍ ​ແລະ ມີ​ຄຸນຄ່າທາງໂພຊະນາການໃຫ້​ກັບ​ຊຸມ​ຊົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ເຊັ່ນດຽວກັນກໍ່ເປັນການປະກອບສ່ວນ​ເຂົ້າ​ໃນ​ການ​ຫັນປ່ຽນ​ລະບົບ​ອາຫານ​ພາຍໃນ​ປະ​ເທດ. ປັດຈຸບັນນີ້, ອົງການ ອາຫານ ແລະ ການກະເສດ ກໍ່ໄດ້ມີການຕິດຕາມຜົນກະທົບຂອງວິກິດການດ້ານສະບຽງອາຫານ ແລະ ນ້ຳມັນເຊື້ອໄຟຢ່າງຫ້າວຫັນ. ຂ້າພະເຈົ້າດີໃຈຫຼາຍທີ່ພວກເຮົາຍັງສືບຕໍ່ແກ້ໄຂສິ່ງທ້າທາຍທີ່ຊາວກະສິກອນປະເຊີນຢູ່ ໂດຍສະເພາະ, ດ້ານການຄໍ້າປະກັນສະບຽງອາຫານ ແລະ ຊີວິດການເປັນຢູ່ທີ່ໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງພະຍາດໂຄວິດ-19. ຂ້າພະເຈົ້າເຊື່ອວ່າ, ການແກ້ໄຂ້ບັນຫາເຫຼົ່ານີ້ແມ່ນສຳຄັນຫຼາຍໂດຍສະເພາະການຊ່ວຍເຫຼືອຈາກນານາຊາດ ແລະ ພວກເຮົາດີໃຈຫຼາຍທີ່ສະຫະລັດອາເມລິກາ ໃຫ້ການສະໜັບສະໜູນຄວາມພະຍາຍາມຂອງພວກເຮົາ ແລະ ຮັບຮູ້ໄດ້ເຖິງຄວາມສໍາຄັນຂອງວຽກງານນີ້ເພື່ອຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການເຕີບໂຕແບບຍືນຍົງຂອງ ສປປ ລາວ.

ທ່ານ ເອກອັກຄະລັດຖະທູດ ຍັງໄດ້ຮັບຮູ້ກ່ຽວກັບການພັດທະນາ ແລະ ຜົນສຳເລັດຂອງການລົງທຶນ ຂອງ ອົງການກອງທຶນສາກົນເພື່ອການພັດທະນາກະສິກຳ ຢູ່ ສປປ ລາວ.  ໂດຍສຸມໃສ່ການຄໍ້າປະກັນສະບຽງອາຫານ, ສົ່ງເສີມດ້ານໂພຊະນາການ ແລະ ການພັດທະນາລະບົບຕ່ອງໂສ້ມູນຄ່າໂດຍການເຊື່ອມໂຍງຕະຫຼາດໃນຂອບເຂດການໂຮມເຂົ້າກັນຂອງລັດຖະບານ ຮ່ວມມືກັບບັນດາອົງການສາກົນ ແລະ ຄູ່ຮ່ວມພັດທະນາອື່ນໆເພື່ອປະກອບສ່ວນ​ເຂົ້າໃນການລົບ​ລ້າງ​ຄວາມທຸກ​ຍາກ ​ແລະ ຄວາມ​ອຶດ​ຫີ​ວຢູ່​ຊົນນະບົດບໍ່ວ່າຈະເປັນ ການຫັນປ່ຽນຮູບແບບການຜະລິດ​ກະສິກຳ, ການສົ່ງເສີມ​ເສດຖະກິດ​ຊົນນະບົດ ​ແລະ ລະບົບສະບຽງ​ອາຫານ​ຜ່ານ​ການ​ລົງທຶນ, ການສ້າງ​ພື້ນຖານ​ເສດຖະກິດ​ຊົນນະບົດ​ຢ່າງ​ຄົບ​ຖ້ວນ, ມີ​ປະສິດທິ​ຜົນ, ໝັ້ນຄົງ ​ແລະ ຍືນ​ຍົງ.

ໃນຍຸກທີ່ທົ່ວໂລກກຳລັງປະເຊີນກັບບັນຫາຄວາມບໍ່ໝັ້ນຄົງ, ອົງການສະຫະປະຊາຊາດໄດ້ມີວິທີການແນວໃດໃນການຊ່ວຍເຫລືອໂດຍສະເພາະແກ່ລັດຖະບານ ສປປ ລາວ ເຊິ່ງເປັນປະເທດທີ່ກໍາລັງປະເຊີນກັບຂໍ້ຈຳກັດຫຼາຍດ້ານ ເຊັ່ນ: ທາງດ້ານງົບປະມານ. ເນື່ອງຈາກຜົນກະທົບທາງດ້ານເສດຖະກິດ, ຈາກການແຜ່ລະບາດຂອງພະຍາດ ແລະ ວິກິດການດ້ານສະບຽງອາຫານ ແລະ ນໍ້າມັນເຊື້ອໄຟຂອງໂລກ ທີ່ພົວພັນກັບສົງຄາມໃນຢູເຄຣນ. ເຊິ່ງບັນຫາ ແລະ ຄວາມທ້າທາຍເຫຼົ່ານີ້ໄດ້ມີການປຶກສາຫາລືກັນຢູ່ໃນກອງປະຊຸມຮ່ວມກັບອົງການອື່ນໆແຫ່ງສະຫະປະຊາຊາດ ທີ່ນໍາໂດຍທ່ານນາງ ຊາຣາ ເຊັກເກເນັສ, ຜູ້ປະສານງານອົງການສະຫະປະຊາຊາດປະຈໍາ ສປປ ລາວ. ເຊິ່ງເປົ້າໝາຍ​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ແມ່ນ​ຄວາມພະຍາຍາມໃນການຮ່ວມ​ມືກັນຂອງ​ບັນດາ​ສະມາຊິກ​ອົງການ​ສະຫະ​ປະຊາ​ຊາດ ລວມໄປເຖິງ​ບັນດາ​ອົງການ​ສາກົນທີ່ໃຫ້ ການຊ່ວຍເຫຼືອດ້ານສະບຽງອາຫານ​ ​ໃນ​ການ​ສະໜັບສະໜູນ​ການ​ແກ້​ໄຂ​ຄວາມ​ບໍ່​ໝັ້ນຄົງ​ດ້ານ​ສະບຽງ​ອາຫານໃນ ສປປ ລາວ.

ທ່ານຍັງ​ເນັ້ນ​ຢ້ຳອີກ​ວ່າ ບູລິ​ມະ​ສິດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ແມ່ນ​ການໃຫ້ການ​ຊ່ວຍເຫຼືອແກ່​ຜູ້​ມີ​ຄວາມ​ສ່ຽງ​ ແລະ ໄດ້ຮັບຜົນກະທົບໜັກໃນວິກິດການນີ້. ການພັດທະນາໂຄງການກ່ຽວກັບຂໍ້ມູນຄວາມຖີ່ສູງແມ່ນຄວາມພະຍາຍາມຮ່ວມກັນຂອງອົງການສະຫະປະຊາຊາດ ໂດຍຮ່ວມມືກັບສະຖາບັນເສດຖະກິດ ແລະ ສັງຄົມຂອງ ສປປ ລາວ. ການພັດທະນາໂຄງການສ້າງຫຼັກຖານດ້ານຂໍ້ມູນແມ່ນມີຄວາມສຳຄັນ ແລະ ຈຳເປັນຫຼາຍ ໂດຍສະເພາະແມ່ນນຳໃຊ້ເຂົ້າໃນການປະເມີນຄວາມວິຕົກກັງວົນທີ່ສົ່ງຜົນກະທົບຕໍ່ປະຊາຊົນ ໃນ ສປປ ລາວ ເພື່ອທີ່ຈະສາມາດນຳເອົາຂໍ້ມູນດັ່ງກ່າວມາສະໜັບສະໜູນ ແລະ ສ້າງເປັນນະໂຍບາຍໃນການຮັບມື ແລະ ແກ້ໄຂ​ ສິ່ງ​ທ້າ​ທາຍ​ດັ່ງກ່າວ

ທ່ານເອກອັກຄະລັດຖະທູດ ແມັກເຄນ ໄດ້ລົງຢ້ຽມຢາມຫ້ອງການທີ່ປຶກສາດ້ານການເກັບກູ້ລະເບີດ, ເຊິ່ງເປັນອົງການຈັດຕັ້ງສາກົນທີ່ປະກອບສ່ວນເຂົ້າໃນໂຄງການເກັບກູ້ລະເບີດແຫ່ງຊາດທີ່ໄດ້ຮັບການສະຫນັບສະຫນູນຈາກອົງການສະຫະປະຊາຊາດເພື່ອການພັດທະນາ ໃນການແກ້ໄຂບັນຫາກ່ຽວກັບເສດເຫຼືອຂອງລະເບີດທີ່ຕົກຄ້າງຈາກສົງຄາມ ໂດຍສະເພາະການກໍາຈັດລະເບີດທີ່ຍັງບໍ່ທັນແຕກ. ທັງນີ້, ທ່ານຍັງໄດ້ຮັບຮູ້ເຖິງຄວາມທ້າທາຍກ່ຽວກັບການຜະລິດສະບຽງອາຫານໃນປະເທດທີ່ຖືກທໍາລາຍຈາກສົງຄາມຍ້ອນສິ່ງປົນເປື້ອນຈາກລະເບີດທີ່ຍັງຫຼົງເຫຼືອຈາກສົງຄາມ. ນອກຈາກນີ້, ທ່ານຍັງໄດ້​ລົງ​ຢ້ຽມ​ຢາມ​ກະຊວງ​ການ​ຕ່າງປະ​ເທດ ແລະ ໄດ້ພົບ​ປະ​ກັບ ​ທ່ານ ​ໂພ​ໄຊ ​ຄາຍ​ຄໍາ​ພິທູນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານ ດຣ. ວິໄລ​ວົງ ບຸດ​ດາ​ຄຳ ​ເຈົ້າ​ແຂວງ ແຂວງ ຈໍາປາ​ສັກ ​ເພື່ອ​ຮັບ​ຟັງ​ການ​ລົງ​ທຶນ​ຂອງ​ອາ​ເມ​ລິ​ກາ ​ແລະ ວຽກ​ງານ​ຂອງ​ອົງການຊ່ວຍເຫຼືອດ້ານ​ອາຫານ​ຂອງ​ອົງການສະຫະ​ປະຊາ​ຊາດ.

ທ່ານເອກອັກຄະລັດຖະທູດ ແມັກເຄນ ໄດ້ສືບຕໍ່ເດີນທາງໄປຢ້ຽມຢາມ ປະເທດ ກຳປູເຈຍ ດ້ວຍຈຸດມຸ່ງໝາຍດຽວກັນ ກ່ອນທີ່ຈະເດີນທາງກັບຄືນໄປປະຕິບັດໜ້າທີ່ຢູ່ທີ່ ນະຄອນຫຼວງ ໂຣມ, ປະເທດ ອີຕາລີ.

ເພື່ອສອບຖາມຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ໄດ້ທີ່:

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

FAO
ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ
IFAD
ກອງທຶນສາກົນ ເພື່ອການພັດທະນາກະສິກຳ
RCO
ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ
WFP
ອົງການອາຫານໂລກ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້