ຂ່າວສານ

ລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດ ໄດ້ລົງນາມໃນ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງໄລຍະ 2022-2026, ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການສະໜັບສະໜຸນຂອງ ສປຊ ເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9

16 ພະຈິກ 2021

ນະຄອນຫຼວງວຽງຈັນ, ວັນທີ 16 ພະຈິກ 2021 - ລັດຖະບານ ສປປ ລາວ, ຕາງໜ້າໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ແລະ ອົງການສະຫະປະຊາຊາດ (ສປຊ), ຕາງໜ້າໂດຍ ທ່ານນາງ ຊາຣາ ເຊເກນເນັສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ໄດ້ລົງນາມຢ່າງເປັນທາງການຕໍ່ ຂອບການຮ່ວມມືລະຫວ່າງ ສປປ ລາວ-ສປຊ ໄລຍະ 2022-2026 ເພື່ອການພັດທະນາແບບຍືນຍົງ (UNSDCF).

ພິທີລົງນາມໄດ້ຖືກຈັດຂຶ້ນ 1 ວັນກ່ອນຮອດ ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13, ທີ່ ກະຊວງການຕ່າງປະເທດ, ໃນ ນະຄອນຫຼວງວຽງຈັນ, ດ້ວຍມາດຕະການຈຳກັດຜູ້ເຂົ້າຮ່ວມ ໂດຍຄຳນຶງເຖິງການແຜ່ລະບາດຂອງ ພະຍາດໂຄວິດ-19 ທີ່ກຳລັງເພີ່ມຂຶ້ນໃນນະຄອນຫຼວງ.

ພາຍຫຼັງສິ້ນສຸດ ຂອບການຮ່ວມມືລະຫວ່າງ ສປປ ລາວ-ສປຊ ໄລຍະ 2017-2021 ແລ້ວ, ຂອບການຮ່ວມມືໄລຍະ 2022-2026 ກໍ່ໄດ້ຖືກສ້າງຂຶ້ນ ໂດຍເປັນຄັ້ງທຳອິດນັບຕັ້ງແຕ່ການປະຕິຮູບລະບົບການພັດທະນາຂອງ ສປຊ, ທີ່ລິເລີ່ມຂຶ້ນຜ່ານການຮັບຮອງຂອງ ມະຕິສະມັດຊາໃຫຍ່ ສປຊ ເລກທີ 72/279 ໃນປີ 2018, ເພື່ອປ່ຽນແປງວິທີການເຮັດວຽກຂອງ ສປຊ, ສ້າງຊ່ອງທາງໃນການປະສານງານໃຫ້ກວ້າງຂວາງ, ກົມກຽວ ແລະ ມີປະສິດທິພາບກວ່າເກົ່າ ດ້ານຜົນກະທົບຂອງການພັດທະນາ.

ການຈັດຕັ້ງປະຕິບັດ ການປະຕິຮູບ ສປຊ ໂດຍຜ່ານ UNSDCF ແມ່ນສະແດງອອກຜ່ານຄວາມສອດຄ່ອງອັນເຂັ້ມແຂງຂອງຂອບວຽກດັ່ງກ່າວຕໍ່ບຸລິມະສິດດ້ານການພັດທະນາແຫ່ງຊາດ, ບຸລິມະສິດຍຸດທະສາດອັນຮອບດ້ານ ແລະ ເຊື່ອມໂຍງ, ໂຄງສ້າງທີ່ໄດ້ຮັບການສະໜັບສະໜຸນໂດຍຫຼັກການຄຸ້ມຄອງທີ່ອີງໃສ່ຜົນໄດ້ຮັບ, ກົນໄກການປະສານງານທີ່ໄດ້ຮັບການປັບປຸງ, ແລະ ຂອບວຽກການຕິດຕາມ ແລະ ການປະເມິນຜົນໂຕຈິງ ແລະ ມີເປົ້າໝາຍ.

ການລົງນາມໃນຄັ້ງນີ້ໝາຍເຖິງການສິ້ນສຸດຢ່າງເປັນທາງການຂອງຂັ້ນຕອນທີ່ລິເລີ່ມໃນເດືອນສິງຫາ 2020, ພ້ອມດ້ວຍການຮັບຮອງເອົາແຜນທິດທາງທີ່ເຫັນດີຮ່ວມກັນລະຫວ່າງ ສປຊ ແລະ ລັດຖະບານ ສປປ ລາວ ກ່ຽວກັບການກຳນົດຂອບວຽກສະບັບໃໝ່ໃຫ້ມີຄວາມລະອຽດຂຶ້ນຕື່ມ. ໄດ້ມີການປຶກສາຫາລືຫຼາຍສະໄໝກ່ຽວກັບຂັ້ນຕອນການກຳນົດຂອບວຽກດັ່ງກ່າວ, ພ້ອມທັງການແລກປ່ຽນກັນຫຼາຍຄັ້ງລະຫວ່າງໜ່ວຍງານ ສປຊ, ຮ່ວມກັບ ລັດຖະບານ ສປປ ລາວ, ຄູ່ຮ່ວມພັດທະນາ, ໂຕແທນຈາກພາກສັງຄົມ, ແລະ ພາກເອກະຊົນ ເພື່ອຊອກຫາ ແລະ ສ່ອງແສງທັດສະນະ ແລະ ແຮງບັນດານໃຈໃນວົງກວ້າງຮ່ວມກັນ. ການລົງນາມໃນຄັ້ງນີ້ຍັງກຳນົດໄລຍະຂອງການລິເລີ່ມການຈັດຕັ້ງປະຕິບັດ SDCF ເປັນວັນທີ 1 ມັງກອນ 2022 ນຳອີກ.

UNSDCF ແມ່ນສອດຄ່ອງກັບທິດທາງລວມ ແລະ 6 ເສົາຄ້ຳຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ໄລຍະ 2021-2025. ໂດຍໄດ້ຮັບການສະໜັບສະໜຸນຈາກ ການປະເມີນແຫ່ງຊາດແບບທົ່ວໄປ (CCA), ເຊິ່ງແມ່ນການວິເຄາະແບບອິດສະຫຼະຂອງ ສປຊ ກ່ຽວກັບໂອກາດດ້ານການພັດທະນາ ແລະ ບັນຫາທ້າທາຍຂອງ ສປປ ລາວ, ແລະ ການປະເມີນຜົນຂອງ ຂອບການຮ່ວມມື ສະບັບກ່ອນ ໂດຍລະອຽດ, UNSDCF ໄດ້ເສື່ອມຊຶມເອົາຫຼັກການຊີ້ນຳຂອງ ສປຊ ດ້ານການຮ່ວມມືເພື່ອການພັດທະນາທີ່ສົ່ງເສີມຫຼັກການ ພວກເຮົາພ້ອມກັນກ້າວໄປ ເຂົ້ານຳ, ໂດຍຜ່ານການນຳໃຊ້ ແນວທາງທີ່ອີງໃສ່ສິດທິມະນຸດ, ທີ່ຊ່ວຍແກ້ໄຂບັນຫາດ້ານ ການສົ່ງເສີມບົດບາດແມ່ຍິງ ແລະ ຄວາມສະເໝີພາບຍິງຊາຍ, ຄວາມທົນທານ, ຄວາມຍືນຍົງ, ແລະ ຄວາມຮັບຜິດຊອບ.

UNSDCF ສະແດງອອກໃຫ້ເຫັນເຖິງການປະກອບສ່ວນຕໍ່ການພັດທະນາແບບຍືນຍົງ ຜ່ານ 25 ໜ່ວຍງານ, ກອງທຶນ, ແລະ ແຜນງານ ພາຍໃຕ້ ລະບົບການພັດທະນາຂອງ ສປຊ[1]. ຂອບວຽກດັ່ງກ່າວຈະໄດ້ຮັບການຈັດຕັ້ງປະຕິບັດ ໂດຍຜ່ານ 4 ບຸລິມະສິດຍຸດທະສາດດ້ານການປ່ຽນແປງ: ການເປັນຢູ່ທີ່ດີຂອງປະຊາຊົນ, ຄວາມຈະເລີນຮຸ່ງເຮືອງແບບກວມລວມ, ການປົກຄອງ ແລະ ລັດແຫ່ງກົດໝາຍ, ແລະ ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ຄວາມທົນທານ. ຜົນໄດ້ຮັບທີ່ກ່ຽວຂ້ອງເຮັດໃຫ້ສາມາດຄາດຄະເນໄດ້ວ່າ, ພາຍໃນປີ 2026, ປະຊາຊົນ, ໂດຍສະເພາະຜູ້ທີ່ມີຄວາມສ່ຽງສູງສຸດ ແລະ ຕ້ອງໄດ້ເອົາໃຈໃສ່ຕື່ມ, ...

… ຈະສາມາດເຂົ້າເຖິງ ແລະ ໄດ້ຮັບຜົນປະໂຫຍດຈາກການບໍລິການທີ່ມີຄຸນນະພາບດ້ານສຸຂະພາບ, ໂພສະນາການ, ອາຫານ, ທີ່ພັກ, ການປົກປ້ອງ, ນ້ຳສະອາດ, ສຸຂາພິບານ, ແລະ ສຸຂະອະນາໄມ (WASH), ແລະ ການສືກສາ ແລະ ການຮຽນຮູ້ ໄດ້ຢ່າງເທົ່າທຽມ ແລະ ກວມລວມ, ລວມທັງໃນພາວະສຸກເສີນ.

… ຈະໄດ້ຮັບຜົນປະໂຫຍດຈາກໂອກາດທາງເສດຖະກິດ ແລະ ປະຊາກອນທີ່ມີຄວາມກວມລວມ, ທົນທານ, ປ່ຽນແປງ, ແລະ ຍືນຍົງຫຼາຍກວ່າເກົ່າ ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບ.

… ໄດ້ຮັບບໍລິການທີ່ດີຈາກສະຖາບັນຂອງລັດໃນທຸກລະດັບ ໃນລັກສະນະທີ່ມີຄວາມໂປ່ງໃສ ແລະ ກວມລວມ, ສາມາດປະຕິບັດສິດທິ ແລະ ພັນທະຂອງຕົນໄດ້ ແລະ ສະຖາບັນຕ່າງໆຕ້ອງໄດ້ຮັບການປັບປຸງໃຫ້ເຂັ້ມແຂງ ແລະ ມີຄວາມຮັບຜິດຊອບສູງຂຶ້ນ ໄປພ້ອມໆກັບການຍຶດໝັ້ນຕໍ່ຫຼັກການປົກຄອງລັດດ້ວຍກົດໝາຍ ແລະ ສິດທິມະນຸດສາກົນ ທີ່ເປັນພັນທະຂອງ ສປປ ລາວ.

… ແລະ ສະຖາບັນຕ່າງໆຈະສາມາດເຂົ້າເຖິງ, ຄຸ້ມຄອງ, ອານຸລັກ, ແລະ ໄດ້ຮັບຜົນປະໂຫຍດຢ່າງຍືນຍົງຫຼາຍຂຶ້ນຈາກຊັບພະຍາກອນທຳມະຊາດ ແລະ ສົ່ງເສີມການຂະຫຍາຍໂຕສີຂຽວ ທີຄຳນຶງເຖິງຄວາມສ່ຽງ, ໄພພີບັດ ແລະ ມີຄວາມທົນທານຕໍ່ສະພາບອາກາດ.

ເພື່ອໃຫ້ສາມາດບັນລຸເປົ້າໝາຍເຫຼົ່ານີ້ໄດ້, ທີມງານ ສປຊ ປະຈຳ ສປປ ລາວ ຈະເຮັດວຽກຮ່ວມກັນໃນທົ່ວທັງ 21 ໝາກຜົນຮ່ວມ, ໂດຍການນຳເອົາໜ່ວຍງານ, ກອງທຶນ, ແລະ ແຜນງານຕ່າງໆທີ່ມີຄວາມຊຳນິຊຳນານອັນສະເພາະ ເພື່ອມາຊ່ວຍຄູ່ຮ່ວມງານລະດັບຊາດໃນການສ້າງຄວາມຄືບໜ້າດ້ານການພັດທະນາ ແລະ ແກ້ໄຂບັນຫາທ້າທາຍທີ່ກີດຂວາງການພັດທະນາຂອງ ສປປ ລາວ. ໃນຖານະຂອງປະທານຮ່ວມຂອງກຸ່ມຜົນໄດ້ຮັບກ່ຽວກັບຄວາມເປັນຢູ່ທີ່ດີຂອງປະຊາຊົນ, ດຣ. Pia Rebello Britto, ຜູ້ຕາງໜ້າອົງການ UNICEF, ໄດ້ກ່າວວ່າ “ທີມງານ ສປຊ ຈະເຮັດວຽກຮ່ວມກັນ ເພື່ອຮັບປະກັນການບໍລິການທີ່ມີຄຸນນະພາບໃຫ້ແກ່ທຸກຄົນ, ໂດຍສະເພາະກຸ່ມທີ່ມີຄວາມສ່ຽງສູງສຸດ, ລວມທັງເດັກນ້ອຍ, ໃນຮູບແບບທີ່ມີຄວາມເທົ່າທຽມ ແລະ ກວມລວມ. ເປົ້າໝາຍຂອງພວກເຮົາແມ່ນເພື່ອບັນລຸຄວາມເປັນຢູ່ທີ່ດີໃຫ້ແກ່ປະຊາຊົນທຸກຄົນໃນ ສປປ ລາວ, ເພື່ອໃຫ້ພວກເຮົາພ້ອມກັນກ້າວໄປ.”

ຕາງໜ້າໃຫ້ແກ່ກຸ່ມຜົນໄດ້ຮັບກ່ຽວກັບຄວາມຈະເລີນຮຸ່ງເຮືອງ, ຜູ້ປະສານງານອົງການ ILO, ທ່ານນາງ ເຂັມພອນ ເຜົ່າຄຳແກ້ວ, ໄດ້ກ່າວຕື່ມວ່າ “ພາຍໃຕ້ ຂອບການຮ່ວມມື ສະບັບໃໝ່ນີ້, ອົງການ ສປຊ ຈະສາມາດເຮັດວຽກຮ່ວມກັບລັດຖະບານ, ພາກເອກະຊົນ ແລະ ໂຕແທນແຮງງານໄດ້ຢ່າງມີປະສິດທິພາບສູງຂຶ້ນ ເພື່ອສະໜັບສະໜຸນການຫັນປ່ຽນໄປສູ່ຮູບແບບເສດຖະກິດທີ່ມີຄວາມກວມລວມຫຼາຍກວ່າເກົ່າ - ທີ່ຊ່ວຍແກ້ໄຂຜົນກະທົບຈາກການແຜ່ລະບາດ ແລະ ການສ້າງຄືນໃໝ່ໃຫ້ດີກວ່າເກົ່າ.”

ສປຊ ແມ່ນຄູ່ຮ່ວມມືໄລຍະຍາວຂອງ ລັດຖະບານ ແລະ ປະຊາຊົນ ສປປ ລາວ ເຊິ່ງ ອົງການອະນາໄມໂລກ ແມ່ນໜ່ວຍງານທຳອິດທີ່ໄດ້ສ້າງຕັ້ງຫ້ອງການປະຈຳ ສປປ ລາວ ຂຶ້ນໃນປີ 1962, ແລະ ອີກຫຼາຍໜ່ວຍງານໃນປີຕໍ່ໆມາ. ດ້ວຍການລົງທຶນດ້ານການພັດທະນາໃນຈຳນວນປະມານ 500 ລ້ານໂດລ້າໃນໄລຍະ 5 ປີຕໍ່ໜ້າ, ສປຊ ຈະເຮັດວຽກຮ່ວມກັບຄູ່ຮ່ວມມື ເພື່ອຍາດແຍ່ງເອົາໂອກາດດ້ານການພັດທະນາ ແລະ ແກ້ໄຂບາງບັນຫາອັນຮີບດ່ວນທີ່ມີໃນປັດຈຸບັນ, ເຊັ່ນ: ການຟື້ນຟູຄືນຈາກ ພະຍາດໂຄວິດ-19, 3 ວິກິດການສຳຄັນຂອງໂລກດ້ານການປ່ຽນແປງດິນຟ້າອາກາດ, ຄວາມສູນເສຍທາງຊີວະນາໆພັນ, ແລະ ຄວາມເສື່ອມໂຊມຂອງສິ່ງແວດລ້ອມ, ຮັບປະກັນໃຫ້ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ມີຄວາມຍືນຍົງ, ແລະ ການລົງທຶນທີ່ຈຳເປັນເຂົ້າໃນຂະແໜງການສັງຄົມ ເພື່ອສ້າງອະນາຄົດທີ່ກວມລວມ, ຮຸ່ງເຮືອງ, ແລະ ເທົ່າທຽມໃຫ້ແກ່ທຸກຄົນ ແລະ ໃຫ້ພວກເຮົາພ້ອມກັນກ້າວໄປ.

ໃນໂອກາດດຽວກັນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ກໍ່ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ການສະໜັບສະໜຸນອັນຕໍ່ເນື່ອງທີ່ໄດ້ຮັບຈາກ ອົງການ ສປຊ ປະຈຳ ສປປ ລາວ ໃນຊ່ວງຊຸມປີທີ່ຜ່ານມາ, ແລະ ຫວັງວ່າ ສປຊ ຈະສືບຕໍ່ສະໜອງການສະໜັບສະໜຸນ ແລະ ຄວາມຊ່ວຍເຫຼືອຕື່ມອີກໃນອະນາຄົດ, ໂດຍສະເພາະ, ໃນຂົງເຂດການຕອບໂຕ້ຕໍ່ການແຜ່ລະບາດ ແລະ ການຟື້ນຟູຄືນຈາກ ພະຍາດໂຄວິດ-19, ການປ່ຽນແປງດິນຟ້າອາກາດ, ການພັດທະນາແບບຍືນຍົງ, ການສະໜັບສະໜຸນ ສປປ ລາວ ໃນການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ແລະ ຂົງເຂດການພັດທະນາອື່ນໆທີ່ກ່ຽວຂ້ອງ.

ສຳລັບຂໍ້ມູນເພີ່ມຕື່ມ, ກະລຸນາຕິດຕໍ່:

ທ່ານນາງ ລຽນ ເລ ທີ ເຮືອງ

ຫົວໜ້າໜ່ວຍງານການສື່ສານ, ຫ້ອງການຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ

ອີເມວ: lien.le@one.un.org

 

[1] ອົງການເສດຖະກິດ ແລະ ສັງຄົມຂອງ ສປຊ (DESA); ອົງການອາຫານ ແລະ ການກະເສດ (FAO); ອົງການແຮງງານສາກົນ (ILO); ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD); ອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM); ສູນການຄ້າສາກົນ (ITC); ຫ້ອງການຂ້າຫຼວງໃຫຍ່ ຂອງ ສປຊ ເພື່ອສິດທິມະນຸດ (OHCHR); ແຜນງານຮ່ວມ ສປຊ ກ່ຽວກັບໂລກເອດ ແລະ ເອຈໄອວີ (UNAIDS); ອົງການ ສປຊ ເພື່ອການພັດທະນາ (UNDP); ອົງການ ສປຊ ເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ (UNDRR); ອົງການ ສປຊ ເພື່ອສິ່ງແວດລ້ອມ (UNEP); ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ແຫ່ງ ສປຊ (UNESCO); ອົງການ ສປຊ ກອງທຶນສຳລັບປະຊາກອນ (UNFPA); ອົງການ ສປຊ ດ້ານເຄຫະສະຖານ (UN-Habitat); ອົງການຂ້າຫຼວງໃຫຍ່ ຂອງ ສປຊ ເພື່ອຜູ້ລີ້ໄພ (UNHCR); ອົງການ ສປຊ ກອງທຶນສຳລັບເດັກ (UNICEF); ອົງການ ສປຊ ເພື່ອການພັດທະນາອຸດສະຫະກຳ (UNIDO); ອົງການ ສປຊ ເພື່ອຕ້ານຢາເສບຕິດ ແລະ ອາສະຍາກຳ (UNODC); ຫ້ອງການອົງການ ສປຊ ເພື່ອການບໍລິຫານໂຄງການ (UNOPS); ອົງການອາສາສະໝັກ ແຫ່ງ ສປຊ (UNV); ອົງການອາຫານໂລກ (WFP); ອົງການອະນາໄມໂລກ (WHO) ໂດຍພາຍໃຕ້ການນຳພາ ແລະ ການປະສານງານລວມຂອງ ຫ້ອງການຜູ້ປະສານງານອົງການ ສປຊ (UN RCO)

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

FAO
ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ
IFAD
ກອງທຶນສາກົນ ເພື່ອການພັດທະນາກະສິກຳ
ILO
ອົງການແຮງງານສາກົນ
IOM
ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ
ITC
ສູນການຄ້າສາກົນ
OHCHR
ສຳນັກງານຂ້າຫຼວງໃຫຍ່ ດ້ານສິດທິມະນຸດ ແຫ່ງສະຫະປະຊາຊາດ
RCO
ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ
UN DESA
ສະຫະປະຊາຊາດ ພະແນກວຽກງານເສດຖະກິດ ແລະ ສັງຄົມ
UN-Habitat
ແຜນງານສະຫະປະຊາຊາດ ໃນການຕັ້ງຖິ່ນຖານຂອງມະນຸດ
UNAIDS
ໂຄງການຕ້ານເຮສໄອວີ ແລະ ເອດສ ແຫ່ງສະຫະປະຊາຊາດ
UNCDF
ກອງທຶນພັດທະນາທຶນຂອງສະຫະປະຊາຊາດ
UNCITRAL
ຄະນະກຳມາທິການສະຫະປະຊາຊາດກ່ຽວກັບກົດໝາຍການຄ້າສາກົນ
UNCTAD
ກອງປະຊຸມສະຫະປະຊາຊາດກ່ຽວກັບການຄ້າ ແລະ ການພັດທະນາ
UNDP
ອົງການສະຫະປະຊາຊາດ ເພື່ອການພັດທະນາ
UNDRR
ຫ້ອງການອົງການສະຫະປະຊາຊາດ ເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດ
UNEP
ອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ
UNESCO
ອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ
UNFPA
ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ
UNHCR
ເຈົ້າໜ້າທີ່ຂັ້ນສູງຂອງສະຫະປະຊາຊາດເພື່ອຜູ້ອົບພະຍົບ
UNICEF
ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ
UNIDO
ອົງການສະຫະປະຊາຊາດ ເພື່ອການພັດທະນາອຸດສາຫະກຳ
UNODC
ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ
UNOPS
ຫ້ອງການບໍລິການໂຄງການ ອົງການສະຫະປະຊາຊາດ
UNV
ອາສາສະໝັກຂອງອົງການສະຫະປະຊາຊາດ
WFP
ອົງການອາຫານໂລກ
WHO
ອົງການອະນາໄມໂລກ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້