ຂ່າວສານ

ກອງປະຊຸມປຶກສາຫາລືລະດັບສູງວ່າດ້ວຍ ພະຍາດໂຄວິດ-19: ການສ້າງ ແຜນຟື້ນຟູຄືນຈາກ ພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ

15 ພະຈິກ 2021

ນະຄອນຫຼວງວຽງຈັນ, 15 ພະຈິກ - ໃນມື້ນີ້, ກະຊວງແຜນການ ແລະ ການລົງທຶນ, ໂດຍໄດ້ຮັບການສະໜັບສະໜຸນຈາກ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ໄດ້ຈັດກອງປະຊຸມປຶກສາຫາລືລະດັບສູງວ່າດ້ວຍການສ້າງຂອບວຽກການຟື້ນຟູຄືນຈາກ ພະຍາດໂຄວິດ-19 ຂຶ້ນ, ເຊິ່ງເປັນກອງປະຊຸມປິ່ນອ້ອມໃຫ້ແກ່ ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13. ກອງປະຊຸມດັ່ງກ່າວເປັນປະທານຮ່ວມໂດຍ ພະນະທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ແລະ ທ່ານນາງ ຊາຣາ ເຊເກນເນັສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ.

ເຂົ້າຮ່ວມກອງປະຊຸມດັ່ງກ່າວປະກອບມີໂຕແທນຈາກຂະແໜງການຕ່າງໆຂອງລັດ, ບັນດາກະຊວງທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງທຽບເທົ່າກະຊວງ, ຄູ່ຮ່ວມພັດທະນາ, ໜ່ວຍງານ ສປຊ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດ ແລະ ອົງການຈັດຕັ້ງທາງສັງຄົມ, ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງອື່ນໆ.

ໃນບົດກ່າວເປີດ, ທ່ານຮອງລັດຖະມົນຕີ ໄດ້ເນັ້ນຢ້ຳເຖິງຄວາມຮີບດ່ວນໃນການສ້າງ ແລະ ຈັດຕັ້ງປະຕິບັດ ຂອບວຽກການຟື້ນຟູຄືນຈາກ ພະຍາດໂຄວິດ-19 ຢ່າງຮອບດ້ານ ເພື່ອແກ້ໄຂບັນດາຜົນສະທ້ອນອັນກວ້າງຂວາງຂອງການແຜ່ລະບາດ ເພື່ອໃຫ້ ສປປ ລາວ ສາມາດບັນລຸໄດ້ເປົ້າໝາຍຂອງການພັດທະນາພາຍໃຕ້ ແຜນການ 5 ປີຄັ້ງທີ 9 ແລະ ກັບຄືນສູ່ທິດທາງການບັນລຸ ເປົ້າໝາຍການພັດທະນາແບບຍືນຍົງ.

ໃນປີ 2020, ກະຊວງແຜນການ ແລະ ການລົງທຶນ ໄດ້ມອບໝາຍໃຫ້ ຄະນະສະເພາະກິດຮ່ວມຫຼາຍຝ່າຍ ກຳນົດຂໍ້ແນະນຳເຂົ້າໃນຮ່າງສະບັບສຸດທ້າຍຂອງ ແຜນການ 5 ປີຄັ້ງທີ 9 ກ່ຽວກັບບັນຫາຜົນກະທົບຂອງການແຜ່ລະບາດຂອງ ພະຍາດໂຄວິດ-19. ໜຶ່ງປີຕໍ່ມາ, ຜົນສະທ້ອນຂອງການແຜ່ລະບາດຍັງຄົງສືບຕໍ່ເພີ່ມທະວີສູງຂຶ້ນ, ແລະ ຄະນະສະເພາະກິດຮ່ວມຫຼາຍຝ່າຍ ກໍ່ໄດ້ມີການໂຮມໂຕກັນຄືນ ເພື່ອລາຍງານວຽກງານ ແລະ ລະບຸຂົງເຂດທີ່ຕ້ອງໄດ້ເອົາໃຈໃສ່ເປັນພິເສດ ເພື່ອໃຫ້ສາມາດຟື້ນຟູຄືນໄດ້ຢ່າງໄວວາ ໃນທ່າມກາງສະພາບການໃນປັດຈຸບັນ.

ວຽກງານຂອງ ຄະນະສະເພາະກິດຮ່ວມຫຼາຍຝ່າຍ ແມ່ນກວມເອົາ 5 ຫົວຂໍ້ຕົ້ນຕໍດັ່ງນີ້: ຜົນກະທົບຂອງ ພະຍາດໂຄວິດ-19 ຕໍ່ການສະໜອງທຶນເພື່ອການພັດທະນາແບບຍືນຍົງ; ຕໍ່ການຄ້າ ແລະ ພາກເອກະຊົນ, ຕ່ອງໂສ້ມູນຄ່າ ແລະ ການທ່ອງທ່ຽວ; ຕໍ່ການຈ້າງງານ; ຕໍ່ທຶນມະນຸດ; ແລະ ສຸດທ້າຍ, ຕໍ່ການຂະຫຍາຍໂຕສີຂຽວ ແລະ ການຄຸ້ມຄອງຄວາມສ່ຽງ ພ້ອມທັງຄຳນຶງເຖິງຜົນກະທົບທາງສິ່ງແວດລ້ອມ ແລະ ເສດຖະກິດ ພ້ອມທັງຂໍ້ແນະນຳກ່ຽວກັບວິທີໃນການຂ້າມຜ່ານບັນຫາເຫຼົ່ານີ້.

ທ່ານຮອງລັດຖະມົນຕີ ໄດ້ກ່າວຂອບໃຈຕໍ່ ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ ແລະ ຄະນະສະເພາະກິດຮ່ວມຫຼາຍຝ່າຍ ສຳລັບການສະໜັບສະໜຸນຂອງພວກເຂົາເຂົ້າໃນຂະບວນການດັ່ງກ່າວ ແລະ ສືບຕໍ່ເນັ້ນໜັກວ່າ ຂອບວຽກການຟື້ນຟູຄືນ ແມ່ນເອກະສານທີ່ສຳຄັນ ເຊິ່ງຈະຊ່ວຍຊີ້ນຳວິທີໃນການເຮັດວຽກຮ່ວມກັນຂອງພວກເຮົາ ເພື່ອໃຫ້ສາມາດບັນລຸການຟື້ນຟູ ແລະ ສ້າງຄືນໃໝ່ໃຫ້ດີກວ່າເກົ່າໄດ້ໃນໄລຍະຂອງ ແຜນການ 5 ປີຄັ້ງທີ 9 ທີ່ຍັງເຫຼືອໄປຈົນເຖິງປີ 2025.

ຜູ້ປະສານງານອົງການ ສປຊ ໄດ້ກ່າວຕື່ມຈາກ ທ່ານຮອງລັດຖະມົນຕີ ວ່າສິ່ງທີ່ສຳຄັນແມ່ນຕ້ອງຮັບປະກັນໃຫ້ວຽກງານການຟື້ນຟູຄືນຈາກ ພະຍາດໂຄວິດ-19 ມີຄວາມເຊື່ອມໂຍງກັນເປັນຢ່າງດີ ພ້ອມທັງກຳນົດທິດທາງທີ່ມີຄວາມກົມກຽວກັນໃຫ້ແກ່ປະເທດ ໄປພ້ອມໆກັບຂອບວຽກຍຸດທະສາດອື່ນໆ ທີ່ຈະຊ່ວຍຊີ້ນຳການພັດທະນາຂອງ ສປປ ລາວ ໃນອີກ 5 ປີຕໍ່ໜ້າ, ລວມທັງ ແຜນການ 5 ປີຄັ້ງທີ 9, ຍຸດທະສາດການສະໜອງທຶນສຳລັບແຜນແຫ່ງຊາດ, ຍຸດທະສາດການຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາຢ່າງຫຼ່ຽນໄຫຼ, ແລະ ວາລະບຸລິມະສິດແຫ່ງຊາດອື່ນໆ ທີ່ສົ່ງເສີມເຊິ່ງກັນ ແລະ ກັນ.

ທ່ານນາງ ເຊເກນເນັສ ໄດ້ເນັ້ນໜັກຕື່ມອີກວ່າສຳລັບຂອບວຽກການຟື້ນຟູຄືນນັ້ນ, ການເປີດປະເທດຄືນໃໝ່ຈະແມ່ນອົງປະກອບທີ່ສຳຄັນຂອງການກ້າວໄປທາງໜ້າ. ການເຄື່ອນໄຫວເຫຼົ່ານີ້ບໍ່ພຽງແຕ່ຈະຊ່ວຍປັບປຸງສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີໃຫ້ແກ່ປະຊາຊົນ, ແຕ່ຍັງປະກອບສ່ວນຕໍ່ການກັບຄືນສູ່ການຮຽນໃນໂຮງຮຽນຂອງເດັກນ້ອຍ, ການກັບຄືນໄປສູ່ສະພາບການດຳລົງຊີວິດ ແລະ ການຈ້າງງານທີ່ມີຄວາມໝາຍຄວາມສຳຄັນ ແລະ ການຟື້ນຄືນທຸລະກິດຫ້າງຮ້ານຕ່າງໆ, ເສດຖະກິດ, ແລະ ໂອກາດໃນການເລີ່ມຕົ້ນວາງແຜນໃຫ້ແກ່ການລົງທຶນທີ່ຈຳເປັນອີກຄັ້ງໜຶ່ງໃນມື້ນີ້ ເພື່ອຮັກສາຄວາມຄືບໜ້າດ້ານການພັດທະນາທີ່ສຳຄັນໃນອະນາຄົດ.

ກອງປະຊຸມໂຕະມົນລະດັບສູງ, ທີ່ຖືກຈັດຂຶ້ນເປັນປະຈຳໃນທູກໆ 5 ປີ, ແມ່ນເວທີອັນກວມລວມທີ່ສຳຄັນສຳລັບ ລັດຖະບານ ສປປ ລາວ, ອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ ເພື່ອປຶກສາຫາລື ແລະ ສະໜັບສະໜຸນການອອກແບບ ແລະ ການຈັດຕັ້ງປະຕິບັດແຜນ ແລະ ຂະບວນການພັດທະນາແຫ່ງຊາດຂອງ ສປປ ລາວ.

ສໍາລັບຂໍ້ມູນເພີ່ມເຕີມ ກະລູນາຕິດຕໍ່:

ທ່ານ ອາລຸນສິດ ມະນີຜົນ, ຫົວໜ້າພະແນກອົງການຈັດຕັ້ງສາກົນ, ກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ.

ອີເມວ: alounsith.dic@gmail.com

ໂທລະສັບ: +856 (20) 5999 9153

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

RCO
ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້