ຂ່າວສານ

ກອງປະຊຸມປຶກສາຫາລືວ່າດ້ວຍການສ້າງແຜນຟື້ນຟູຄືນຈາກ ພະຍາດໂຄວິດ-19

27 ຕຸລາ 2021

ນະຄອນຫຼວງວຽງຈັນ, 27 ຕຸລາ 2021 - ມື້ນີ້, ກະຊວງແຜນການ ແລະ ການລົງທຶນ, ໂດຍໄດ້ຮັບການສະໜັບສະໜຸນຈາກ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ໄດ້ຈັດກອງປະຊຸມວ່າດ້ວຍການສ້າງແຜນຟື້ນຟູຄືນຈາກ ພະຍາດໂຄວິດ-19, ເພື່ອກະກຽມໃຫ້ແກ່ ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13, ທີ່ຈະຖືກຈັດຂຶ້ນໃນວັນທີ 17 ພະຈິກ. ກອງປະຊຸມໂຕະມົນລະດັບສູງ ໄດ້ຈັດຂຶ້ນທຸກໆ 5 ປີ, ແລະ ເປັນເວທີໃຫ້ ລັດຖະບານ ສປປ ລາວ, ອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາໄດ້ມາປຶກສາຫາລືກັນ ໃນຂອດການສະໜັບສະໜຸນການອອກແບບ ແລະ ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ຂະບວນການຕ່າງໆໃນການພັດທະນາ.

ໃນປີ 2020, ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍ ອົງການ ສປຊ ໄດ້ສ້າງຕັ້ງ ຄະນະສະເພາະກິດຮ່ວມຫຼາຍຝ່າຍ ຂຶ້ນເພື່ອທົບທວນຄືນຜົນກະທົບຂອງ ພະຍາດໂຄວິດ-19 ຕໍ່ບຸລິມະສິດການພັດທະນາ ແລະ ໄດ້ສ້າງຂໍ້ແນະນຳກ່ຽວກັບວິທີໃນການປະເມີນເປົ້າໝາຍທີ່ຕ້ອງບັນລຸໃຫ້ໄດ້ ທີ່ກຳນົດໄວ້ພາຍໃນ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ຄືນໃໝ່ໂດຍຄຳນຶງເຖິງຜົນກະທົບຂອງ ພະຍາດໂຄວິດ-19. ການທົບທວນຄືນຄັ້ງນີ້ແມ່ນສຸມໃສ່ 5 ຫົວຂໍ້ຫຼັກຄື: ການສະໜອງທຶນເພື່ອການພັດທະນາ; ການຄ້າ, ຕ່ອງໂສ້ມູນຄ່າ ແລະ ການທ່ອງທ່ຽວ; ການຂະຫຍາຍໂຕສີຂຽວ ແລະ ການຄຸ້ມຄອງຄວາມສ່ຽງ; ການສ້າງໂອກາດດ້ານວຽກເຮັດງານທຳທີ່ດີ; ແລະ ທຶນມະນຸດ, ລວມທັງບັນຫາຕ່າງໆທີ່ກ່ຽວຂ້ອງກັບສຸຂະພາບ ແລະ ການສຶກສາ.

ເພື່ອເປັນການສືບຕໍ່ວຽກງານນີ້, ແລະ ເພື່ອປັບໂຕຕໍ່ບັນຫາທ້າທາຍອັນຕໍ່ເນື່ອງທີ່ເກີດຈາກ ພະຍາດໂຄວິດ-19, ກອງປະຊຸມປຶກສາຫາລືໃນມື້ນີ້ຈຶ່ງໄດ້ແນໃສ່ສ້າງຄວາມເຂົ້າໃຈໃຫ້ແກ່ຜູ້ມີອຳນາດຕັດສິນໃຈ ແລະ ຄູ່ຮ່ວມພັດທະນາ ກ່ຽວກັບຜົນກະທົບທາງດ້ານສາທາລະນະສຸກ ແລະ ເສດຖະກິດ-ສັງຄົມຂອງ ພະຍາດໂຄວິດ-19 ແລະ ລິເລີ່ມການລະບຸອົງປະກອບທີ່ຈຳເປັນໃນການກຳນົດ ແຜນຟື້ນຟູຄືນຈາກ ພະຍາດໂຄວິດ-19 ໃນປິ 2022.

ກ່າວເປີດກອງປະຊຸມປຶກສາຫາລືໃນມື້ນີ້ໂດຍ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ກະຊວງແຜນການ ແລະ ການລົງທຶນ, ແລະ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ທ່ານນາງ ຊາຣາ ເຊເກນເນັສ. ໃນລະຫວ່າງກອງປະຊຸມ, ກະຊວງການເງິນ, ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງແຜນການ ແລະ ການລົງທຶນ, ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຍັງໄດ້ຜ່ານບົດສະເໜີກ່ຽວກັບ 5 ຫົວຂໍ້ຫຼັກ ທີ່ໄດ້ຖືກເນັ້ນໜັກໃນປີ 2020 ໂດຍ ຄະນະສະເພາະກິດຮ່ວມຫຼາຍຝ່າຍ.

ໃນບົດກ່າວເປີດກອງປະຊຸມ, ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ກະຊວງ ແຜນການ ແລະ ການລົງທຶນ ໄດ້ເນັ້ນຢ້ຳເຖິງຄວາມຈຳເປັນໃນການປັບໂຕຕໍ່ກັບ ‘ວິຖີຊີວິດແບບໃໝ່’ ພາຍໃຕ້ສະພາບການຂອງ ພະຍາດໂຄວິດ-19, ທັງຍັງເນັ້ນໜັກວ່າວຽກງານດ້ານການສ້າງ ແຜນຟື້ນຟູຄືນ ຈະຊ່ວຍໃຫ້ພວກເຮົາເຫັນໄດ້ເຖິງຜົນກະທົບທີ່ຜ່ານມາທັງໝົດຂອງ ພະຍາດໂຄວິດ-19. ພວກເຮົາຈະຕ້ອງພິຈາລະນາທຸກໆດ້ານທີ່ກ່ຽວຂ້ອງກັບການແຜ່ລະບາດ, ແລະ ຮັບປະກັນວ່າ ແຜນຟື້ນຟູຄືນ ແມ່ນມີຄວາມກວມລວມ, ທີ່ພິຈາລະນາເອົາຜູ້ທີ່ມີຄວາມສ່ຽງສູງທີ່ສຸດໃນ ສປປ ລາວ ເຂົ້ານຳ ເພື່ອໃຫ້ພວກເຮົາທຸກຄົນພ້ອມກັນກ້າວໄປ. ຖ້າພວກເຮົາຕ້ອງການສືບຕໍ່ບັນລຸໄດ້ເປົ້າໝາຍທີ່ກຳນົດໄວ້ພາຍໃຕ້ວາລະການພັດທະນາ, ການຮັບມືກັບ ພະຍາດໂຄວິດ-19 ແມ່ນສິ່ງທີ່ຈຳເປັນ, ໂດຍສະເພາະຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ແລະ ວາລະການພັດທະນາແບບຍືນຍົງ 2030, ທັງໃນໄລຍະສັ້ນ ແລະ ເປົ້າໝາຍໄລຍະຍາວ, ເຊັ່ນ: ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາໃນປີ 2026.

ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ກະຊວງ ແຜນການ ແລະ ການລົງທຶນ ໄດ້ເນັ້ນໜັກຄວາມສຳຄັນຂອງການເຮັດວຽກຮ່ວມກັນກັບ ອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາທັງໝົດ, ໂດຍກ່າວວ່າຖ້າພວກເຮົາຮ່ວມມືກັນ, ກໍ່ຈະສາມາດສ້າງແຜນຟື້ນຟູຄືນຈາກ ພະຍາດໂຄວິດ-19 ທີ່ເຂັ້ມແຂງ ແລະ ມີປະສິດທິພາບໄດ້, ແລະ ຍັງເນັ້ນຢ້ຳຕື່ມອີກວ່າກອງປະຊຸມປຶກສາຫາລືໃນຄັ້ງນີ້ແມ່ນບາດກ້າວທີ່ສຳຄັນຕໍ່ການຟື້ນຟູຄືນຈາກການແຜ່ລະບາດ. ກອງປະຊຸມໂຕະມົນ ຈະຊ່ວຍໃຫ້ພວກເຮົາສາມາດພັດທະນາແຜນການດັ່ງກ່າວໄດ້ເພີ່ມຕື່ມສຳລັບປີ 2022, ແລະ ດ້ວຍຄວາມພະຍາຍາມອັນໝັ້ນຄົງ ແລະ ແນວທາງທີ່ກວມລວມ, ພວກເຮົາຫວັງວ່າຈະສາມາດຂ້າມຜ່ານຜົນກະທົບຂອງການແຜ່ລະບາດ ແລະ ສາມາດ ‘ກັບຄືນສູ່ທິດທາງການພັດທະນາ’ ໄດ້.

ໃນທາງດຽວກັນ, ຜູ້ປະສານງານອົງການ ສປຊ ກໍ່ໄດ້ກ່າວວ່າຂອບເຂດ ແລະ ຜົນກະທົບຂອງການແຜ່ລະບາດຂອງ ພະຍາດໂຄວິດ-19 ຕໍ່ຄວາມຄືບໜ້າດ້ານການພັດທະນາໃນທົ່ວໂລກ ແລະ ໃນ ສປປ ລາວ, ‘ໄດ້ຮຽກຮ້ອງໃຫ້ພວກເຮົາຕ້ອງຮ່ວມກັນສຸມໃສ່ຄວາມພະຍາຍາມເປັນຢ່າງສູງ, ລະດົມແນວຄິດ ແລະ ຄວາມເຂົ້າໃຈ, ແລະ ຮ່ວມມືກັນຢ່າງພ້ອມພຽງ ເພື່ອຂ້າມຜ່ານບັນຫາທ້າທາຍຕ່າງໆ’ ແລະ ດ້ວຍເຫດນີ້, ຈຶ່ງໄດ້ເນັ້ນໜັກຄວາມສຳຄັນຂອງ ກອງປະຊຸມໂຕະມົນລະດັບສູງ ທີ່ຈະຖືກຈັດຂຶ້ນໃນວັນທີ 17 ພະຈິກ 2021 ເຊິ່ງຈະເປັນເວທີທີ່ລວບລວມບັນດາຄູ່ຮ່ວມງານລະດັບສູງສຸດ ເພື່ອມາຕົກລົງເປັນເອກະພາບກັນກ່ຽວກັບທິດທາງໃນຕໍ່ໜ້າ.

ກອງປະຊຸມປຶກສາຫາລືໃນຄັ້ງນີ້ແມ່ນສ່ວນໜຶ່ງຂອງການກະກຽມໃຫ້ແກ່ ກອງປະຊຸມໂຕະມົນລະດັບສູງ, ທີ່ນຳພາໂດຍ ກະຊວງແຜນການ ໂດຍມີຈຸດປະສົງໃນການປະກອບສ່ວນຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພື່ອບັນລຸເປົ້າໝາຍໃນການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ, ການກ້າວໄປສູ່ປະເທດທີ່ມີລາຍຮັບປານກາງ ແລະ ການບັນລຸ ເປົ້າໝາຍການພັດທະນາແບບຍືນຍົງ, ເຊິ່ງໄດ້ຮັບການສະໜັບສະໜຸນຜ່ານ UNDP ຈາກ ລັດຖະບານນິວຊີແລນ ແລະ ລັດຖະບານລຸກຊຳບວກ.

ສຳລັບຂໍ້ມູນເພີ່ມຕື່ມ, ສາມາດຕິດຕໍ່:

ທ່ານ ອາລຸນສິດ ມະນີຜົນ

ຫົວໜ້າພະແນກ ອົງການຈັດຕັ້ງສາກົນ, ກົມຮ່ວມມືສາກົນ, ກະຊວງ ແຜນການ ແລະ ການລົງທຶນ

ໂທ: + 856 20 5999 9153      ອີເມວ: toom_mpi@yahoo.com

 

 

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

RCO
ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້