ບັນດາກະຊວງ ແລະ ອົງການ ສປຊ ຮ່ວມມື ເພື່ອຕອບໂຕ້ຕໍ່ ພະຍາດໂຄວິດ-19

ເລື່ອງລາວຈາກໂຄງການ ພາຍໃຕ້ ກອງທຶນຮ່ວມຫຼາຍພາກສ່ວນເພື່ອຕອບໂຕ້ ແລະ ຟື້ນຟູຄືນຈາກພະຍາດໂຄວິດ-19 ຂອງ ສປ.

ເພື່ອຈັດຕັ້ງປະຕິບັດວຽກງານກະກຽມທີ່ມີປະສິດທິພາບ ເພື່ອປ້ອງກັນການແຜ່ລະບາດເປັນວົງກວ້າງຂອງ ພະຍາດໂຄວິດ-19 ທີ່ອາດເກີດຂຶ້ນໃນທົ່ວ ສປປ ລາວ, ໂຄງການ ພາຍໃຕ້ ກອງທຶນຮ່ວມຫຼາຍພາກສ່ວນເພື່ອຕອບໂຕ້ ແລະ ຟື້ນຟູຄືນຈາກ ພະຍາດໂຄວິດ-19 ຂອງ ສປຊ ຈຶ່ງໄດ້ລິເລີ່ມຂຶ້ນໃນເດືອນພຶດສະພາ 2020. ໂດຍຜ່ານການຈັດຕັ້ງປະຕິບັດຮ່ວມກັນລະຫວ່າງໜ່ວຍງານ ສປຊ ປະຈຳ ສປປ ລາວ ທີ່ລວມມີ ອົງການ WHO, UNODC, UN-HABITAT, UNCDF, IOM, ແລະ UNDP ໂດຍຮ່ວມມືກັບ ກະຊວງສາທາລະນະສຸກ ຂອງ ລາວ (MoH), ກະຊວງປ້ອງກັນຄວາມສະຫງົບ (MoPS), ກະຊວງໂຍທາທິການ ແລະ ຂົນສົ່ງ (MoPWT), ແລະ ກະຊວງພາຍໃນ (MoHA), ໂຄງການດັ່ງກ່າວຈຶ່ງສຳເລັດລົງໄດ້ຢ່າງຈົບງາມໃນເດືອນມີນາ 2021 ພາຍຫຼັງຄວາມພະຍາຍາມໃນການສະໜັບສະນຸນການຄັດກອງ, ຕິດຕາມ ແລະ ແຍກປ່ຽວກໍລະນີທີ່ມີຄວາມສ່ຽງໃນ ດ່ານຂາເຂົ້າ (POE), ໃຫ້ການປິ່ນປົວຜູ້ປ່ວຍຢ່າງພຽງພໍໃນສູນປິ່ນປົວ ຫຼື ສູນແຍກປ່ຽວ, ແລະ ສະໜອງພື້ນຖານໂຄງລ່າງດ້ານນ້ຳສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ ພ້ອມທັງການບໍລິການຕ່າງໆທີ່ສູນກັກໂຕ.

ໂດຍເລີ່ມຕົ້ນໃນເດືອນພຶດສະພາ 2020, ພາຍຫຼັງທີ່ໄດ້ພັດທະນາ ຂັ້ນຕອນດຳເນີນງານມາດຕະຖານ (SOP) ທີ່ເປັນເອກະພາບກັນແລ້ວ, ເຈົ້າໜ້າທີ່ແນວໜ້າຫຼາຍກວ່າ 600 ຄົນທີ່ປະຈຳການຢູ່ 27 ດ່ານຂາເຂົ້າໃນທົ່ວປະເທດ - ລວມມີດ່ານຊາຍແດນພາກພື້ນດິນ ແລະ ສະໜາມບິນຕ່າງໆ - ແມ່ນໄດ້ຮັບການຝຶກອົບຮົມ ເພື່ອສ້າງກົນໄກການຄັດກອງ ແລະ ຕິດຕາມການເຄື່ອນຍ້າຍຂ້າມແດນໃນພື້ນທີ່ທີ່ມີຜູ້ເຄື່ອນຍ້າຍ ແລະ ລົດບັນທຸກຫຼັ່ງໄຫຼເຂົ້າມາເປັນຈຳນວນຫຼາຍ, ພ້ອມທັງບັນຫາທ້າທາຍດ້ານການຄ້າມະນຸດນຳອີກ. ໄດ້ມີການສະໜອງອຸປະກອນປ້ອງກັນສ່ວນບຸກຄົນ (PPE) ໃຫ້ແກ່ເຈົ້າໜ້າທີ່ແນວໜ້າປະຈຳສູນກັກໂຕ 7 ແຫ່ງ ແລະ 27 ດ່ານຂາເຂົ້າໃນທົ່ວປະເທດ ເພື່ອປ້ອງກັນພວກເຂົາຈາກຄວາມສ່ຽງດ້ານສຸຂະພາບໃນສະຖານທີ່ເຮັດວຽກ.

ທ່ານ ພົນຕີ ອຸໄລ ໄຊປັນຍາ, ສະມາຊິກ ຄະນະກຳມະການຄຸ້ມຄອງດ່ານບໍ່ເຕັນ-ບໍ່ຫານ ໃນ ແຂວງຫຼວງນ້ຳທາ, ໄດ້ແບ່ງປັນໃຫ້ຮູ້ວ່າໂຄງການດັ່ງກ່າວໄດ້ສະໜັບສະໜຸນເຈົ້າໜ້າທີ່ແນວໜ້າຄືແນວໃດ, “ຂັ້ນຕອນດຳເນີນງານມາດຕະຖານ ໄດ້ຊ່ວຍໃຫ້ແຕ່ລະ ດ່ານຂາເຂົ້າ ສາມາດຈັດແບ່ງບົດບາດ ແລະ ໜ້າທີ່ຮັບຜິດຊອບອອກມາໄດ້ຢ່າງຈະແຈ້ງ ເພື່ອຮັບມືກັບຜູ້ເຄື່ອນຍ້າຍທີ່ເດີນທາງເຂົ້າມາ; ມັນຍັງຊ່ວຍໃຫ້ວຽກງານການຄຸ້ມຄອງຊາຍແດນເປັນລະບົບລະບຽບຫຼາຍຂຶ້ນ. ຂັ້ນຕອນດຳເນີນງານມາດຕະຖານ ຍັງຊ່ວຍແນະນຳເຈົ້າໜ້າທີ່ແນວໜ້າກ່ຽວກັບວິທີໃນການປ້ອງກັນຕົນເອງຈາກເຊື້ອພະຍາດດັ່ງກ່າວໃນລະຫວ່າງປະຕິບັດໜ້າທີ່.” ການປະເມີນແຜນດຳເນີນງານຍັງຊ່ວຍໃຫ້ທີມງານສາມາດລະບຸຊ່ອງຫວ່າງໃນຂົງເຂດຕ່າງໆເຊັ່ນ: ການນຳສົ່ງຜູ້ເຄື່ອນຍ້າຍຖິ່ນຖານໄປສູ່ສູນກັກໂຕ, ຫຼັກປະຕິບັດໃນການເວັ້ນໄລຍະຫ່າງ ແລະ ອຸປະກອນປ້ອງກັນສ່ວນບຸກຄົນ.

ພາຍຫຼັງເຂົ້າຮ່ວມການຝຶກອົບຮົມ, ພົນຕີ ໄຊປັນຍາ ສາມາດຍົກລະດັບຄວາມຮູ້ກ່ຽວກັບຄວາມສ່ຽງຈາກ ພະຍາດໂຄວິດ-19 ແລະ ຮູ້ສຶກວ່າຕົນເອງມີຄວາມພ້ອມສູງຂຶ້ນໃນການເປັນດ່ານປ້ອງກັນທຳອິດ ເພື່ອຮັບມືກັບ ພະຍາດໂຄວິດ-19 ທີ່ຖືກນຳເຂົ້າມາ ສປປ ລາວ. “ພວກເຮົາ [ເຈົ້າໜ້າທີ່ແນວໜ້າ] ແມ່ນໄດ້ມີການປ້ອງກັນທີ່ດີຂຶ້ນຈາກ ອຸປະກອນປ້ອງກັນສ່ວນບຸກຄົນ ທີ່ໄດ້ຮັບຈາກໂຄງການ. ຂ້າພະເຈົ້າຍັງໄດ້ແບ່ງປັນຄວາມຮູ້ໃຫ້ອີກຫຼາຍກວ່າ 40 ຄົນ, ທີ່ລວມມີເຈົ້າໜ້າທີ່ກວດຄົນເຂົ້າອອກເມືອງ, ເພື່ອນຮ່ວມງານຈາກຂະແໜງການອື່ນໆ ແລະ ສະມາຊິກໃນຄອບຄົວ.”

ພົນຕີ ອຸໄລ ໄຊປັນຍາ ກຳລັງນຳສະເໜີຂໍ້ມູນກ່ຽວກັບການນຳສົ່ງຜູ້ເຄື່ອນຍ້າຍຖິ່ນຖານໄປສູ່ສຸນກັກໂຕຢ່າງປອດໄພ

ຫຼັງຈາກການຝຶກອົບຮົມໃຫ້ແກ່ເຈົ້າໜ້າທີ່ຊາຍແດນໃນແຕ່ລະຄັ້ງ, ເຊິ່ງຖືກຈັດຕັ້ງຂຶ້ນໃນສະຖານທີ່ສູນກາງ, ຜູ້ເຂົ້າຮ່ວມກໍ່ໄດ້ສົ່ງຕໍ່ບົດຮຽນທີ່ຖອດຖອນໄດ້ໃຫ້ແກ່ເພື່ອນຮ່ວມງານທີ່ຢູ່ຕາມເຂດຊາຍແດນຫ່າງໄກ, ເພື່ອຮັບປະກັນໃຫ້ຂໍ້ມູນທີ່ຈຳເປັນໄປເຖິງຊຸມຊົນທີ່ມີຄວາມສ່ຽງສູງສຸດ. ມີເຈົ້າໜ້າທີ່ຫຼາຍກວ່າ 100 ຄົນທີ່ໄດ້ຮັບການຝຶກອົບຮົມ ໂດຍຜ່ານກອງປະຊຸມສົ່ງຕໍ່ຄວາມຮູ້. ນອກນັ້ນຍັງມີການສ້າງ “ຄູ່ມືແບບພົກພາ” ແລະ ເອກະສານອ້າງອີງອື່ນໆກ່ຽວກັບການແຜ່ລະບາດ ແລະ ຫຼັກປະຕິບັດດ້ານສາທາລະນະສຸກ ຂຶ້ນໃນ ລາວ ເພື່ອຊ່ວຍໃຫ້ເຈົ້າໜ້າທີ່ແນວໜ້າສາມາດກຳໄດ້ຂໍ້ມູນຈຳເປັນທັງໝົດທີ່ແບ່ງປັນໃນລະຫວ່າງການຝຶກອົບຮົມ. ໂດຍຜ່ານການນຳໃຊ້ເອກະສານເຫຼົ່ານີ້, ເຈົ້າໜ້າທີ່ແມ່ນສາມາດສືບຕໍ່ປະຕິບັດມາດຕະການຄວບຄຸມພະຍາດທີ່ສຳຄັນໄດ້ໃນ ດ່ານຂາເຂົ້າ ແຕ່ລະບ່ອນ.

ພາຍຫຼັງເຂົ້າປະເທດມາແລ້ວ, ຜູ້ທີ່ເດີນທາງເຂົ້າມາໃໝ່ແມ່ນຕ້ອງໄດ້ແຍກປ່ຽວໃນສູນກັກໂຕທີ່ ລັດຖະບານ ກຳນົດໃຫ້ເປັນເວລາ 2 ອາທິດ. ສູນກັກໂຕ 6 ແຫ່ງໃນ ແຂວງຈຳປາສັກ, ຫຼວງພະບາງ, ສະຫວັນນະເຂດ, ແລະ ໄຊຍະບູລີ ແມ່ນໄດ້ຮັບການສະໜັບສະໜຸນດ້ານພື້ນຖານໂຄງລ່າງ ແລະ ການບໍລິການນ້ຳສະອາດ, ສຸຂາພິບານ ແລະ ສຸຂະອະນາໄມທີ່ໄດ້ຮັບການປັບປຸງ, ເຊິ່ງສາມາດເຂົາເຖິງປະຊາຊົນໄດ້ 11,348 ຄົນ (ໃນນັ້ນມີແມ່ຍິງ 6,025 ຄົນ ແລະ ຜູ້່ຊາຍ 5,323 ຄົນ) ໃນລະຫວ່າງເດືອນຕຸລາ 2020 ແລະ ເດືອນກຸມພາ 2021. ນອກນັ້ນຍັງມີການສະໜອງຫ້ອງນ້ຳແຍກຍິງ-ຊາຍ, ອ່າງລ້າງມືສາທາລະນະ, ຫ້ອງອາບນ້ຳ, ການເສີມຂະຫຍາຍເຄືອຂ່າຍນ້ຳປະປາ, ທີ່ລວມມີການຟື້ນຟູຄືນທໍ່ສົ່ງນ້ຳ, ກອັກນ້ຳ ແລະ ຮ່ອງລະບາຍນ້ຳ ພ້ອມທັງເອກະສານດ້ານຂໍ້ມູນຂ່າວສານ, ການສຶກສາ ແລະ ການສື່ສານ ເພື່ອສ້າງຄວາມຕື່ນໂຕໃຫ້ແກ່ປະຊາຊົນໃນທ້ອງຖິ່ນກ່ຽວກັບຫຼັກປະຕິບັດດ້ານ WASH ທີ່ເໝາະສົມ.

ທ່ານ ຄຳພູນ ນວນສະບັບ, ຜູ້ຈັດການສູນກັກໂຕເມືອງສອງຄອນ, ແຂວງສະຫວັນນະເຂດ, ໄດ້ກ່າວວ່າ: “ກ່ອນເລີ່ມໂຄງການ, ພວກເຮົາຕ້ອງປະເຊີນກັບພາວະຂາດແຄນນ້ຳ, ອາຫານ, ແລະ ສິ່ງຂອງເຄື່ອງໃຊ້ທີ່ຈຳເປັນຢູ່ສະເໝີ. ການສະໜັບສະໜຸນເຂົ້າໃນສິ່ງອຳນວຍຄວາມສະດວກດ້ານ WASH ໄດ້ຊ່ວຍຮັບປະກັນໃຫ້ແຮງງານເຄື່ອນຍ້າຍຂອງລາວ/ຜູ້ທີ່ເດີນທາງກັບມາຈາກ ປະເທດໄທ ສາມາດພັກເຊົາໃນສະຖານທີ່ກັກໂຕເປັນເວລາ 14 ມື້ໄດ້ຢ່າງປອດໄພ, ສະອາດ ແລະ ສະດວກສະບາຍຍິ່ງຂຶ້ນ.” ທ່ານ ຄຳພູນ ຍັງກ່າວຕື່ມອີກວ່າ “ການກໍ່ສ້າງຫ້ອງນ້ຳແບ່ງຍິງ-ຊາຍຢ່າງເໝາະສົມ, ແມ່ນມີປະໂຫຍດຫຼາຍຍ້ອນວ່າກ່ອນເລີ່ມໂຄງການ, ພວກເຮົາມີຫ້ອງນ້ຳແບບພື້ນຖານພຽງແຕ່ 2 ຫ້ອງເທົ່ານັ້ນ.”

ນອກເໜືອຈາກການສະໜັບສະໜຸນດ້ານ WASH ແລ້ວ, ຍັງໄດ້ມີການສະໜອງເຄື່ອງໃຊ້ໃນເຮືອນຄົວ, ອຸປະກອນດ້ານສຸຂາພິບານ, ລະບົບແສງສະຫວ່າງ, ແລະ ຄອມພິວເຕີໃຫ້ແກ່ສູນກັກໂຕ 7 ແຫ່ງຢູ່ ແຂວງບໍ່ແກ້ວ, ຫຼວງນ້ຳທາ, ຈຳປາສັກ, ແລະ ໄຊຍະບູລີ ເພື່ອສະໜັບສະໜຸນການຄູ້ມຄອງບັນດາສູນດັ່ງກ່າວ. ໂຄງການດັ່ງກ່າວຍັງໄດ້ຊ່ວຍສ້າງ ລາຍລະອຽດຂອງສະຖານທີ່ກັກໂຕ ແລະ ຖານຂໍ້ມູນການລົງທະບຽນເຂົ້າກັກໂຕ ເພື່ອຊ່ວຍໃຫ້ລັດຖະບານຂັ້ນສູນກາງສາມາດຕິດຕາມການຂ້າມແດນ ແລະ ຄວາມອາດສາມາດໃນການຮອງຮັບຂອງສູນກັກໄດ້ຕາມເວລາໂຕຈິງ, ເພື່ອຊ່ວຍໃຫ້ສາມາດຈັດສັນຊັບພະຍາກອນໄປສູ່ບ່ອນທີ່ມີຄວາມຕ້ອງການໄດ້ຢ່າງມີປະສິດທິພາບຍິ່ງຂຶ້ນ.

ຫ້ອງນ້ຳແບ່ງຍິງ-ຊາຍຢ່າງເໝາະສົມໄດ້ຖືກສ້າງຂຶ້ນທີ່ສູນກັກໂຕເມືອງສອງຄອນ

ຈາກເດືອນກັນຍາຫາເດືອນຕຸລາ 2020, ລັດຖະກອນຈຳນວນທັງໝົດ 321 ຄົນຈາກ 4 ແຂວງຊາຍແດນແມ່ນໄດ້ຮັບການຝຶກອົບຮົມດ້ານການປ້ອງກັນ ແລະ ສະກັດກັ້ນ ພະຍາດໂຄວິດ-19 ໂດຍຜ່ານບໍລິການສາທາລະນະ ແລະ ການມີສ່ວນຮ່ວມຂອງຊຸມຊົນທີ່ໄດ້ຮັບການປັບປຸງດີຂຶ້ນ. ການຝຶກອົບຮົມແມ່ນອີງຕາມ 3 ສະຖານະການທີ່ເປັນໄປໄດ້, ການປົກປ້ອງຊູມຊົນຈາກເຊື້ອ ພະຍາດໂຄວິດ-19 ທີ່ຖືກນຳເຂົ້າມາ, ສະກັດກັ້ນ ແລະ ຫຼຸດຜ່ອນການແຜ່ລະບາດຂອງ ພະຍາດໂຄວິດ-19 ໃນຊຸມຊົນ, ແລະ ປົກປ້ອງ ແລະ ປັບປຸງສຸຂະພາບໃຫ້ແກ່ປະຊາຊົນບໍ່ພຽງແຕ່ຈາກ ພະຍາດໂຄວິດ-19 ເທົ່ານັ້ນ.

ພະນັກງານທ້ອງຖິ່ນຈາກແຕ່ລະກອງປະຊຸມໄດ້ປະກອບສ່ວນເຂົ້າໃນ “ແຜນງານກະກຽມຂັ້ນແຂວງ” ຂອງພວກເຂົາ ທີ່ຖືກຮ່າງຂຶ້ນ ແລະ ສະເໜີໃນລະຫວ່າງກອງປະຊຸມຖອດຖອນບົດຮຽນຂອງໂຄງການ ຕໍ່ການນຳຈາກແຂວງ ແລະ ກະຊວງຕ່າງໆທີ່ເຂົ້າຮ່ວມໃນເດືອນກຸມພາ 2021. ແຜນດັ່ງກ່າວໄດ້ກຳນົດບົດບາດ ແລະ ໜ້າທີ່ຮັບຜິດຊອບ, ຊັບພະຍາກອນທີ່ຕ້ອງການ, ແລະ ຫຼັກປະຕິບັດທີ່ດີ ທີ່ຊ່ວຍຮັບປະກັນວິທີການປ້ອງກັນການແຜ່ລະບາດຂອງ ພະຍາດໂຄວິດ-19 ໃນຂັ້ນທ້ອງຖິ່ນທີ່ໄດ້ຮັບການປັບປຸງ.

ໃນກອງປະຊຸມຖອດຖອນບົດຮຽນ, ທ່ານ ຄຳມູນ ວິພົງໄຊ, ຮອງລັດຖະມົນຕີກະຊວງພາຍໃນ ໄດ້ກ່າວວ່າ “ອຳນາດການປົກຄອງທ້ອງຖິ່ນໃນທຸກລະດັບແມ່ນກຳລັງແຮງອັນໃຫຍ່ຫຼວງໃນການຊ່ວຍເຫຼືອປະຊາຊົນ, ຈັດຕັ້ງປະຕິບັດມາດຕະການຕ່າງໆ ເພື່ອຕິດຕາມ ແລະ ຄວບຄຸມການແຜ່ລະບາດຂອງ ພະຍາດໂຄວິດ-19.”

ເພີ່ມເຕີມຈາກຄຳເຫັນຂອງ ທ່ານ ວິພົງໄຊ, ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ກ່າວວ່າ “ການປັບປຸງສຸຂະພາບໃຫ້ແກ່ປະຊາຊົນແມ່ນໜ້າທີ່ຮັບຜິດຊອບຂອງໝົດທຸກຝ່າຍ, ບໍ່ແມ່ນແຕ່ຂະແໜງການສາທາລະນະສຸກພຽງບ່ອນດຽວ. ບາດກ້າວຕໍ່ໄປຕ້ອງລວມມີການສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຫຼາຍຂະແໜງການໃນການປົກຄອງທ້ອງຖິ່ນ; ລະບຸໜ້າທີ່ຮັບຜິດຊອບຢ່າງຊັດເຈນໃຫ້ແກ່ແຕ່ລະຂະແໜງການ, ຍົກຕົວຢ່າງການຄຸ້ມຄອງການລັກລອບຂ້າມແດນຜິດກົດໝາຍ ແລະ ສູນກັກໂຕ.”

ບັນດາຮອງລັດຖະມົນຕີທີ່ເຂົ້າຮ່ວມກອງປະຊຸມຖອດຖອນບົດຮຽນຢູ່ ແຂວງຫຼວງພະບາງ, ວັນທີ 2-3 ກຸມພາ 2021

ໃນຂະນະທີ່ໂຄງການຮ່ວມມືຫຼາຍພາກສ່ວນໄດ້ປິດໂຕລົງໄປແລ້ວໃນເດືອນມີນາ 2021, ບັນດາກະຊວງ ແລະ ສະຖານບັນຕ່າງໆທີ່ຮ່ວມໂຄງການຍັງຄົງສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການທີ່ກ່ຽວຂ້ອງ ເພື່ອຕອບໂຕ້ກັບການແຜ່ລະລາດຂອງ ພະຍາດໂຄວິດ-19 ໃນທົ່ວ ສປປ ລາວ. ອຳນາດການປົກຄອງຂັ້ນແຂວງ, ເມືອງ ແລະ ບ້ານ, ໃນປັດຈຸບັນແມ່ນມີຄວາມເຂົ້າໃຈທີ່ດີຂຶ້ນຕໍ່ບົດບາດ, ໜ້າທີ່ຮັບຜິດຊອບ ແລະ ຄວາມຕ້ອງການຂອງຕົນ ແລະ ວິທີໃນການປະສານງານໃຫ້ໄດ້ດີທີ່ສຸດລະຫວ່າງໜ່ວຍງານຂອງລັດ ແລະ ຂະແໜງການສັງຄົມ. ທ່ານນາງ Ricarda Rieger, ຜູ້ຕາງໜ້າອົງການ UNDP, ໄດ້ກ່າວສະຫຼຸບວ່າ “ເປັນທີ່ໜ້າຍິນດີທີ່ໄດ້ເຫັນກະຊວງ ແລະ ກົມກອງຕ່າງໆເຮັດວຽກຮ່ວມກັນ ເພື່ອແກ້ໄຂການແຜ່ລະບາດດັ່ງກ່າວ. ພວກເຮົາຫວັງວ່າຄວາມມຸ້ງໝັ້ນໃນການຮ່ວມມືກັນນີ້ຈະຍືນຍົງ ເພື່ອຮັບປະກັນໃຫ້ ສປປ ລາວ ສາມາດສືບຕໍ່ຈັດຕັ້ງປະຕິບັດໄດ້ຂັ້ນຕອນກວດກາຊາຍແດນອັນເຂັ້ມແຂງ ເພື່ອສະກັດກັ້ນ ພະຍາດໂຄວິດ-19. ນີ້ບໍ່ແມ່ນວຽກງານຂອງ ກະຊວງສາທາະລະນະສຸກ ພຽງບ່ອນດຽວ, ແຕ່ແມ່ນໜ້າທີ່ຮັບຜິດຊອບຂອງທຸກກະຊວງ ແລະ ປະຊາຊົນທຸກຄົນໃນການຮ່ວມກັນຕອບໂຕ້ຕໍ່ຄວາມສ່ຽງດ້ານສຸຂະພາບ ເພື່ອເຮັດໃຫ້ຊຸມຊົນຂອງພວກເຮົາມີຄວາມປອດໄພ ແລະ ມີສຸຂະພາບທີ່ດີຍິ່ງຂຶ້ນ.”

ຂຽນໂດຍ
ຜູ້ຂຽນ
Lien Le Thi Huong
Development Coordination Officer Head of Communications
RCO
Lien
ຜູ້ຂຽນ
ອັກສອນທິບ ສົມວໍຣະຈິດ
ຜູ້ຮັບຜິດຊອດ ຝ່າຍການສື່ສານ
UNDP
Aksonethip Somvorachit - Photo
ຜູ້ຂຽນ
ແຄເຣນ ໂຮ
ພະນັກງານສື່ສານມວນຊົນ
IOM
Keren Ho - Photo
ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້
IOM
ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ
RCO
ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ
UN-Habitat
ແຜນງານສະຫະປະຊາຊາດ ໃນການຕັ້ງຖິ່ນຖານຂອງມະນຸດ
UNDP
ອົງການສະຫະປະຊາຊາດ ເພື່ອການພັດທະນາ
UNODC
ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ