ຂ່າວສານ

ກະຊວງແຜນການ ແລະ ການລົງທຶນ ແລະ ອົງການ ສປຊ ລິເລີ່ມແຜນຮ່ວມງານເພື່ອສະໜັບສະໜຸນການສະໜອງທຶນດ້ານຍຸດທະສາດເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9

31 ມີນາ 2021

ນະຄອນຫຼວງວຽງຈັນ, ວັນທີ 31 ມີນາ 2021 - ເມື່ອພິຈາລະນາບັນຫາທ້າທາຍຕ່າງໆທີ່ ສປປ ລາວ ກຳລັງປະເຊີນດ້ານການສະໜອງທຶນເຂົ້າໃນບູລີມາສິດດ້ານການພັດທະນາ, ໂດຍສະເພາະແມ່ນຜົນກະທົບທາງເສດຖະກິດອັນຕໍ່ເນື່ອງຈາກ ພະຍາດໂຄວິດ-19, ລັດຖະບານ ໂດຍຜ່ານການຮ່ວມມືກັບ ອົງການ ສປຊ ໃນມື້ນີ້ໄດ້ລິເລີ່ມແຜນຮ່ວມມື ເພື່ອສ້າງຄວາມເຂັ້ມແຂງເພີ່ມຕື່ມໃຫ້ແກ່ການສະໜອງທຶນຕໍ່ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ແຕ່ປີ 2021-2025.

ໃນບົດກ່າວເປີດພິທີ, ພະນະທ່ານ ດຣ. ກິແກ້ວ ຈັນທະບູລີ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ເນັ້ນໃຫ້ເຫັນວ່າ “ດ້ວຍ 6 ເປົ້າໝາຍໃຫຍ່ ແລະ 25 ແຜນວຽກຈຸດສຸມພາຍໃຕ້ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ນີ້, ພວກເຮົາຕ້ອງໄດ້ລະບຸນະໂຍບາຍ ແລະ ຍຸດທະສາດທີ່ເໝາະສົມທີ່ສຸດ ເພື່ອໃຊ້ປະໂຫຍດຈາກຊັບພະຍາກອນທາງການເງິນທີ່ຂາດແຄນໃຫ້ໄດ້ຫຼາຍທີ່ສຸດ, ແລະ ຈັດລຽງບູລີມາສິດໃຫ້ແກ່ການພັດທະນາໃນຂົງເຂດທີ່ສ້າງຜົນຕອບແທນໄດ້ສູງສຸດ ເພື່ອບັນລຸວາລະການພັດທະນາແຫ່ງຊາດຂອງພວກເຮົາ.”

ການແຜ່ລະບາດໃນທົ່ວໂລກ ແລະ ບັນຫາທ້າທາຍດ້ານເສດຖະກິດ-ສັງຄົມທີ່ເກີດຂຶ້ນເຮັດໃຫ້ເກີດມີຄວາມຕ້ອງການອັນຮີບດ່ວນໃນການເພີ່ມທະວີຈຳນວນ ແລະ ປະສິດທິພາບຂອງການລົງທຶນເຂົ້າໃນ ປພຍ ເພີ່ມຂຶ້ນ. ນອກເໜືອຈາກການແກ້ໄຂຄວາມຕ້ອງການດ້ານການລົງທຶນໃນ ສປປ ລາວ ໃນໄລຍະຍາວແລ້ວ, ໂຄງການຮ່ວມນີ້ຍັງໄດ້ແນໃສ່ສະໜັບສະໜຸນການຕອບໂຕ້ຕໍ່ ພະຍາດໂຄວິດ-19 ໂດຍສະເພາະ ໂດຍຜ່ານຄວາມພະຍາຍາມໃນການເພີ່ມປະລິມານຊັບພະຍາກອນທີ່ລົງທຶນເຂົ້າໃນນະໂຍບາຍຈຸດສຸມອັນສຳຄັນ, ຊ່ວຍໃຫ້ປະເທດສາມາດຟື້ນຟູຄືນໃໝ່ ແລະ ກ້າວໜ້າໄປສູ່ອະນາຄົດທີ່ປາສະຈາກທາດອາຍກາກບອນ.

ໂດຍຜ່ານການເຮັດວຽກຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ແລະ ກະຊວງສາທາລະນະສຸກ, ໂຄງການນີ້ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບແຫ່ງຊາດ ເພື່ອໃຫ້ສາມາດນຳໃຊ້ ເງິນທຶນດ້ານການພັດທະນາທີ່ມີຢູ່ ທີ່ມາຈາກແຫຼ່ງທຶນຂອງພາກລັດ, ພາກເອກະຊົນ, ແລະ ສາກົນ ໃຫ້ເກີດປະໂຫຍດສູງສຸດ ດ້ານການສະໜັບສະໜຸນການພັດທະນາຂົງເຂດທີ່ເປັນບູລີມາສິດລະດັບຊາດ ແລະ ການບັນລຸ ເປົ້າໝາຍພັດທະນາແບບຍືນຍົງທັງ 18 ເປົ້າໝາຍ.

ແຜນຮ່ວມງານນີ້ປະກອບມີວຽກງານຕ່າງໆພາຍໃຕ້ນະໂຍບາຍຈຸດສຸມອັນສຳຄັນ ເພີື່ອອຳນວຍຄວາມສະດວກໃຫ້ແກ່ຄວາມຕໍ່ເນື່ອງດ້ານການຈັດລຽງບູລີມາສິດ; ພັດທະນາຍຸດທະສາດການສະໜອງທຶນເຂົ້າໃນວຽກງານໂຕຈິງ ເພື່ອສະໜັບສະໜຸນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ໂດຍພິຈາລະນາຜົນກະທົບຕ່າງໆເຂົ້ານຳ; ພັດທະນາແບບແຜນອັນຮອບດ້ານ ເພື່ອສະໜັບສະໜຸນການຈັດສັນງົບປະມານ ໂດຍຜ່ານການທົດລອງໃນຂະແໜງການສາທາລະນະສຸກ; ແລະ ຈັດຕັ້ງປະຕິບັດວິທີການນຳໃຊ້ງົບປະມານຮູບແບບໃໝ່ ເພື່ອໃຫ້ສາມາດຕິດຕາມການໃຊ້ຈ່າຍໂດຍສົມທຽບກັບວຽກງານຈຸດສຸມ.

ພາຍໃຕ້ສະພາບດັ່ງກ່າວ, ທ່ານນາງ ຊາຣາ ເຊັກເກນເນັສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ກໍ່ໄດ້ເນັ້ນໃຫ້ເຫັນວ່າ “ພວກເຮົາມີຄວາມພຶງພໍໃຈເປັນຢ່າງຍິ່ງທີ່ສາມາດລິເລີ່ມຄວາມພະຍາຍາມຮ່ວມກັນຂອງ ສປຊ ໃນການເຮັດວຽກກັບ ລັດຖະບານ ສປປ ລາວ ເພື່ອສ້າງຄວາມເຂັ້ມແຂງເພີ່ມຕື່ມໃຫ້ແກ່ໂຄງສ້າງລະດັບຊາດດ້ານການຄຸ້ມຄອງເງິນທຶນເພື່ອການພັດທະນາຈາກຫຼາກຫຼາຍແຫຼ່ງທຶນ ເພື່ອສະໜັບສະໜຸນການນຳໃຊ້ຊັບພະຍາກອນຕ່າງໆທີ່ມີໃຫ້ໄດ້ຢ່່າງມີປະສິດທິພາບ ແລະ ປະສິດທິຜົນ.”

ໂຄງການນີ້ໄດ້ຮັບເງິນທຶນຈາກ ກອງທຶນຮ່ວມ ປພຍ ໂລກ, ແລະ ຈັດຕັ້ງປະຕິບັດພາຍໃຕ້ການສະໜັບສະໜຸນຈາກ ກອງທຶນສະຫະປະຊາຊາດເພື່ອການພັດທະນາ (UNCDF), ອົງການ ສປຊ ເພື່ອການພັດທະນາ (UNDP), ແລະ ອົງການ ສປຊ ກອງທຶນເພື່ອປະຊາກອນ (UNFPA), ພ້ອມທັງການສະໜັບສະໜຸນດ້ານວິຊາການຈາກ ອົງການ UNICEF ແລະ WHO.

ດ້ວຍເງິນທຶນປະມານ 1 ລ້ານໂດລ້າ, ໂຄງການນີ້ຈະສືບຕໍ່ກຳດຳເນີນການໄປຈົນເຖິງເດືອນກໍລະກົດ 2022.

ເຂົ້າຮ່ວມພິທີໃນມື້ນີ້ປະກອບມີໂຕແທນ 50 ທ່ານຈາກລັດຖະບານ ແລະ ຄູ່ຮ່ວມມືຕ່າງໆ.

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

RCO
ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ
UNDP
ອົງການສະຫະປະຊາຊາດ ເພື່ອການພັດທະນາ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້