ຂ່າວສານ

ກອງປະຊຸມວິຊາການຄະນະກໍາມະການຊີ້ນໍາຮ່ວມ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ

26 ກຸມພາ 2021

  • ໃນວັນທີ 26 ກຸມພາ 2021, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ (ສປຊ) ປະ​ຈຳ ສປປ ລາວ, ໄດ້ຈັດກອງປະຊຸມວິຊາການຄະນະກໍາມະການຊີ້​ນຳຮ່ວມລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ຢູ່ທີ່ ສູນການຝຶກອົບຮົມ ແລະ ການຮ່ວມມື (ICTC), ນະຄອນຫຼວງວຽງຈັນ

ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ໂດຍມີຜູ້​ຕ່າງໜ້າເຂົ້າຮ່ວມກອງ​ປະ​ຊຸມ​ຂັ້ນ​ຮອງ​ກົມ, ຄະນະພະແນກ ແລະ ວິຊາການ ຈາກສິບເອັດກະຊວງ, ແລະ ຜູ້​ຕາງ​ໜ້າ​ຈາກ ສິບສີ່ ອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ, ລວມຜູ້ເຂົ້າຮ່ວມທັງໝົດຫຼາຍກ່ວາ 40 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດ ຂອບການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ 2017-2021 ຫຼືເອີ້ນຫຍໍ້ວ່າ UNPF 2017-2021 ແລະ ປະ​ກອບ​ຄຳ​ເຫັນ​ໃສ່ບັນ​ດາ​ເອ​ກະ​ສານ​ສຳ​ຄັນ​ຈຳ​ນວນ​ໜຶ່ງ​ທີ່​ກ່ຽວ​ຂ້ອງ​ກັບການ​ປະ​ເມີນ​ການຈັດຕັ້ງປະຕິບັດຂອບການຮ່ວມມືດັ່ງກ່າວໃນ​ໄລ​ຍະ​ຜ່ານ​ມາ. ນອກນັ້ນ, ກອງ​ປະ​ຊຸມ​ຍັງ​ໄດ້ພ້ອມ​ກັນປຶກສາຫາລື ກ່ຽວກັບ ທິດ​ທາງ​ໃນ​ການ​ຮ່າງເອ​ກະ​ສານ​ຂອ​ບ​ການ​ຮ່ວມ​ມື​ສະ​ບັບ​ໃໝ່ 2022-2026 ເພື່ອ​ປ່ຽນ​ແທນ​ສະ​ບັບ​ປັດ​ຈຸ​ບັນ​ທີ່​ໄກ້​ຈະ​ໝົດ​ກຳ​ນົດ​ໃນ​ທ້າຍ​ປີນີ້ ໂດຍ​ຕ້ອງ​ຮັບ​ປະ​ກັບໃຫ້​ສອດ​ຄ່ອງ​ກັບ​​ແຜນ​ຍຸດ​ທະ​ຍາດ ແລະ ບັນ​ດາ​ວຽກ​ງານ​ບູລິມະສິດຂອງລັດຖະບານ ໂດຍ​ສະ​ເພາະ​ແມ່ນ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ສະ​ບັບ​ທີ IX ຂອງ​ລັດ​ຖ​ະ​ບານ​ທີ່​ພວມ​ຈະ​ຖືກ​ຮັບ​ຮອງ​ເອົາ​ໃນ​ໄວໆ​ນີ້.

 

ໃນໂອກາດດັ່ງກ່າວ, ທ່ານ ໄມທອງ ທໍາມະວົງສາ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ໄດ້ເນັ້ນໜັກເຖິງຄວາມໝາຍ​ຄວາມສໍາຄັນຂອງການຮ່ວມມືຮອບດ້ານ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ບັນດາອົງ​ການເຄືອຂ່າຍ ສປຊ, ໂດຍສະເພາະແມ່ນໄດ້ຍົກໃຫ້ເຫັນເຖິງບົດບາດຂອງອົງການ ສປຊ ໃນຖານະເປັນຄູ່ຮ່ວມພັດທະນາຫຼັກ ແລະ ​ໜ້າ​ທີ່​​ໃຫ້​ການສະໜັບສະໜູນຊ່ວຍເຫຼືອດ້ານເຕັກນິກ ແລະ ​ລະ​ດົມ​ທຶນ​ຮອນ​ເຂົ້າໃນການຈັດຕັ້ງປະຕິບັດແຜ​ນ​ງານ ແລະ ໂຄງ​ການ​ຮ່ວມ​ກັບລັດ​ຖະ​ບານໃນຫຼາຍຂະແໜງການບູລິມະສິດ. ພ້ອມດຽວກັນນັ້ນ, ທ່ານ ຍັງໄດ້ຍົກ​ໃຫ້​ເຫັນ​ຄວາມ​ຈຳ​ເປັນ​ໃນ​ການ​ຍົກ​ລະ​ດັບຄວາມເປັນເຈົ້າການຂອງພາກລັດໃນການກໍານົດຂອບການຮ່ວມມືໃຫ້ຈະ​ແຈ້ງ​ຊັດ​ເຈນ, ໄປຕາມທິດຍຸດທະສາດ ແລະ ບູລິມະສິດຂອງລັດຖະບານໃນແຕ່ລະໄລຍະ, ເຊິ່ງແຕ່​ລະ​ຂ​ະແໜ່ງ​ການຈໍາເປັນຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບໃນການຄົ້ນ​ຄວ້າ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ຂອບ​ການ​ຮ່ວມ​ມື​ສະ​ບັບ​ໃໝ່ ເພື່ອ​ໃຫ້ສອດຄ່ອງກັບຄວາມຕ້ອງການຂອງແຕ່​ລະ​ຂະ​ແໜງ​ການ ກໍ​ຄື​ຄວາມ​ເລັ່ງ​ທວງ​ຂອງສະພາບການພັດທະນາເສ​ດ​ຖະ​ກິດ​-ສັງ​ຄົມຂອງປະເທດເຮົາໃນ​ໄລ​ຍະ​ໃໝ່ ເພື່ອໃຫ້ສາມາດບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງ ແລະ ປະກອບສ່ວນໃນການກະກຽມຄວາມພ້ອມເພືື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນອະນາຄົດ.

ໃນໂອກາດດຽວກັນ, ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ກໍໄດ້ກ່າວວ່າ “ການຮ່ວມສ້າງແຜນງານຂອບການຮ່ວມມືໃໝ່ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ ແມ່ນມີຄວາມສໍາຄັນ ເພື່ອຮັບປະກັນຄວາມເປັນເຈົ້າການຮ່ວມກັນເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາ ແລະ ບັນດາບູລິມະສິດຂອງລັດຖະບານໃຫ້ກວມລວມ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ. ພ້ອມກັນນັ້ນ, ການ​ປະ​ກອບ​ສ່ວນ​ຂອງອົງການ ສປຊ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາອ​ື່ນໆ ກໍເປັນອີກທ່າແຮງໜຶ່ງທີ່ສາມາດປະກອບສ່ວນເຂົ້າໃນວຽກງານການພັດທະນາໃນແຕ່ລະຂົງເຂດຂະແໜງການ, ກອງປະຊຸມໃນຄັ້ງນີ້ຈະຊ່ວຍໃຫ້ພວກເຮົາສືບຕໍ່ຮັດແໜ້ນການຮ່ວມມື ແລະ ປະສານງານກັນຢ່າງໃກ້ຊິດກວ່າເກົ່າ ເພື່ອໃຫ້ສາມາດບັນລຸຕາມລະດັບຄາດໝາຍທີ່ວາງໄວ້ໃນການຮ່ວມກັນສ້າງຂອບແຜນການຮ່ວມມືສະບັບໃໝ່ນີ້”.

ກອງປະຊຸມຄັ້ງ​ນີ້ ຍັງໄດ້ຮັບຮອງເອົາ ບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດຂອບການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ປະຈໍາປີ 2019 (UNPF 2019) ແລະ ໄດ້ຕົກລົງເຫັນດີຕໍ່ ໂຄງຮ່າງ ແຜນງານຂອບການຮ່ວມມືສະ​ບັບໃໝ່ ໂດຍອີງໃສ່ຫຼັກ​ການ 5P ຂອງວາລະປີ 2030 ທີ່​ຖື​ເອົາ ປະຊາຊົນ, ໜ່ວຍໂລກ, ຄວາມຈະເລີນຮຸ່ງເຮືອງ, ສັນຕິພາບ ແລະ ການຮ່ວມມື ເພືື່ອເປັນບ່ອນອີງໃນການສ້າງແນວທາງການພັດທະນາທີ່ກວມລວມ ແລະ ມີຄວາມຍືນຍົງ, ມີການພັດທະນາສັງຄົມ ແລະ ຍົກລະດັບຂີດຄວາມສາມາດຂອງສະຖາບັນໃຫ້ມີປະສິດທິພາບ. ຜົນຂອງກອງປະຊຸມຄັ້ງນີ້ ແມ່ນບາດກ້າວ​ສຳ​ຄັນເພື່ອປະກອບສ່ວນເຂົ້າ​ໃນ​ການສ້າງແຜນຂອບການຮ່ວມມືສະ​ບັບໃໝ່ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ, ທັງເປັນການກະກຽມໃຫ້ແກ່ການປຶກສາຫາລືກັບຄູ່ຮ່ວມພັດທະນາ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ລວມທັງ ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອຮັບປະກັນການມີສ່ວນຮ່ວມ ແລະ ການຮ່ວມມືຮອບດ້ານໃນການຈັດຕັ້ງປະຕິບັດວຽກງານການພັດທະນາເສດ​ຖະ​ກິດ-ສັງ​ຄົມ​ຂອງ​ລັດ​ຖະ​ບານ ແລະ ວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງ​ສາ​ກົນໃນຕໍ່​ໜ້າ. ສຳ​ຄັນ​ທີ່​ສຸດ, ກອງ​ປະ​ຊຸມ​ຄັ້ງ​ນີ້​ເປັນ​ການກະກຽມໃຫ້ແກ່ກອງປະຊຸມລະ​ດັບ​ສູງຄະນະຊີ້ນຳຮ່ວມ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ເຊິ່ງຈະຈັດຂຶ້​ນໃນກາງປີ 2021 ນີ້.

 

 

 

 

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

UN
ສະຫະປະຊາຊາດ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້