ທ່ານນາງ ປອ ເພຍ ເຣເບນໂລ ບຣິໂຕ
ທ່ານນາງ ປອ ເພຍ ເຣເບນໂລ ບຣິໂຕ, ຫົວໜ້າ ແລະ ທີ່ປຶກສາອາວຸໂສ ດ້ານການພັດທະນາເດັກກ່ອນໄວຮຽນ ຂອງອົງການຢູນີເຊັບ, ແມ່ນມີຊື່ສຽງລະດັບສາກົນ ທີ່ທ່ານເປັນຜູ້ຊ່ຽວຊານໃນວຽກງານກ່ຽວກັບ ນະໂຍບາຍ ແລະ ໂຄງການສຳລັບເດັກກ່ອນໄວຮຽນ.
ທ່ານນາງ ປອ ບຣິໂຕ ໄດ້ຮັບປະລິນຍາເອກດ້ານຈິດຕະວິທະຍາດ້ານການພັດທະນາ ຈາກມະຫາວິທະຍາໄລ ໂຄລໍາເບຍ (Columbia) ເເເລະ ກ່ອນເຂົ້າຮ່ວມອົງການຢູນິເຊັບ, ທ່ານນາງ ປອ ບຣິໂຕ ເຄີຍເປັນຜູ້ຊ່ວຍສາດສະດາຈານທີ່ສູນການສຶກສາເດັກຂອງ ມະຫາວິທະຍາໄລເຢວ (Yale).
ທ່ານນາງ ປອ ບຣິໂຕ ແມ່ນເປັນທີ່ຮູ້ຈັກທົ່ວໂລກໃນຖາະນະຜູ້ຊ່ຽວຊານໃນວຽກງານກ່ຽວກັບໂຄງການ, ນະໂຍບາຍ ເເລະ ໂຄສະນາສົ່ງເສີມເດັກກ່ອນໄວຮຽນ. ທ່ານໄດ້ເຮັດວຽກຢ່າງກວ້າງຂວາງ ກັບຄູ່ຮ່ວມງານຕ່າງໆເພື່ອສົ່ງເສີມວຽກງານກ່ຽວກັບການພັດທະນາຂອງເດັກກ່ອນໄວຮຽນໃນທົ່ວໂລກ, ເເລະ ໃນລະດັບປະເທດ, ເພື່ອໃຫ້ເດັກທຸກໆຄົນສາມາດເລີ່ມຕົ້ນຊີວິດໃຫ້ໄດ້ດີທີ່ສຸດ. ຈຸດສຸມຂອງວຽກງານທ່ານ ແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາໂຄງການທີ່ມີຫຼາຍຂະແໜງການ ສຳລັບເດັກ ແລະ ຄອບຄົວ, ການປະເມີນຜົນໄດ້ຮັບ, ລະດົມການສະຫນັບສະຫນູນວຽກງານຈາກ ລັດຖະບານ ເເລະ ສັງຄົມ, ສ້າງໂຄງຮ່າງລະດັບສາກົນສຳລັບວຽກງານກ່ຽວກັບການພັດທະນາຂອງເດັກກ່ອນໄວຮຽນ ແລະ ຈັດວາງມາດຕະຖານດ້ານເຕັກນິກທີ່ດີເລີດ.
ທ່ານນາງ ປອ ບຣິໂຕ ໄດ້ຮັບລາງວັນລະດັບຊາດ ແລະ ສາກົນ ຫລາຍລາງວັນ ສຳລັບຜົນງານຂອງທ່ານ ແລະ ທ່ານຍັງໄດ້ພີມເຜີຍແຜ່ ປື້ມ, ບົດຄວາມ ແລະ ບົດລາຍງານຢ່າງກວ້າງຂວາງ ເຊັ່ນດຽວກັນ.