ຂ່າວສານ

ວັນສິດທິມະນຸດ 2021 – ພວກເຮົາຕ້ອງລົງມືແກ້ໄຂບັນຫາດ້ານສະພາບດິນຟ້າອາກາດ ແລະ ສິ່່ງແວດລ້ອມ ເພື່ອຫຼຸດຜ່ອນຄວາມບໍ່ສະເໝີພາບໃນຕອນນີ້.

10 ທັນວາ 2021

ໃນຂະນະທີ່ ສປປ ລາວ ແລະ ປະເທດຕ່າງໆທົ່ວໂລກກໍາລັງສືບຕໍ່ສະກັດກັ້ນ ພະຍາດໂຄວິດ-19  ແລະ ຜົນກະທົບທາງກົງຂອງມັນຕໍ່ກັບສຸຂະພາບ ແລະ ການພັດທະນາເສດຖະກິດ-ສັງຄົມນັ້ນ, ພວກເຮົາກໍ່ຍັງບໍ່ສາມາດລະເລີຍບັນຫາ ແລະ ສິ່ງທ້າທາຍອື່ນໆ ທີ່ກໍາລັງນາບຂູ່ສິ່ງມີຊີວິດທັງໝົດໃນໂລກ - ກໍ່ຄື: ສາມວິກິດການສຳຄັນຂອງໂລກ - ທີ່ບໍ່ມີວັກຊີນໃດສາມາດຊ່ວຍໄດ້.. ດ້ວຍພາວະໂລກຮ້ອນ, ການທໍາລາຍລະບົບນິເວດ ແລະ ການເສື່ອມໂຊມຂອງສິ່ງແວດລ້ອມ, ພວກເຮົາກໍາລັງປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດໃນຍຸກສະໄໝໃໝ່ນີ້, ເຊິ່ງບັນຫາເຫຼົ່ານີ້, ສຸດທ້າຍແລ້ວ, ຈະຕົກເປັນພາລະຂອງປະຊາກອນກຸ່ມສ່ຽງທີ່ສຸດ ແລະ ລູກຫຼານລຸ້ນຕໍ່ໄປຂອງພວກເຮົາໃນອະນາຄົດ.

ດັ່ງນັ້ນໃນມື້ນີ້, ວັນທີ 10 ທັນວາ, ເນື່ອງໃນໂອກາດ ວັນສິດທິມະນຸດປະຈຳປີ 2021, ທີ່ສະເຫຼີມສະຫຼອງພາຍໃຕ້ຫົວຂໍ້ ຈົ່ງເປັ່ງສຽງຂອງທຸກທ່ານເພື່ອຄວາມສະເໝີພາບ, ພວກເຮົາຕ້ອງໄດ້ຍົກໃຫ້ເຫັນເຖິງບາງຜົນກະທົບຂອງວິກິດການຂອງໂລກ ແລະ ຮຽກຮ້ອງໃຫ້ມີການປຶກສາຫາລືຢ່າງກວ້າງຂວາງ ກ່ຽວກັບວິທີການແກ້ໄຂໄພນາບຂູ່ທີ່ມີຢູ່ໃນປັດຈຸບັນ ແລະ ທີ່ກໍາລັງຈະເກີດຂຶ້ນ ທີ່ກີດຂວາງການຫຼຸດຜ່ອນຄວາມບໍ່ສະເໝີພາບກັນ.

ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ການເສື່ອມໂຊມຂອງສິ່ງແວດລ້ອມ ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ກັບການປະຕິບັດສິດທິຂອງປະຊາຊົນ, ການພັດທະນາແບບຍືນຍົງ ແລະ ສິດທິຂອງທຸກໆສິ່ງມີຊີວິດໃນໂລກນີ້. ການຫຼຸດຜ່ອນ ແລະ ການແກ້ໄຂຜົນກະທົບດັ່ງກ່າວ ບໍ່ພຽງແຕ່ເປັນເລື່ອງຂອງຄວາມຢູ່ລອດເທົ່ານັ້ນ,​ ແຕ່ມັນຍັງກ່ຽວພັນເຖິງພັນທະດ້ານສິດທິມະນຸດນຳອີກ. ດັ່ງນັ້ນ, ແນວທາງທີ່ອີງໃສ່ສິດທິຂອງປະຊາຊົນເປັນໃຈກາງນັ້ນ ຕ້ອງຖືກລວມເຂົ້າໃນທຸກໆຄວາມພະຍາຍາມທີ່ພວກເຮົາກໍາລັງປະຕິບັດຢູ່ ເພື່ອແກ້ໄຂຄວາມຕ້ອງການອັນຫຼາກຫຼາຍ, ສິ່ງທ້າທາຍ ແລະ ກາລະໂອກາດຕ່າງໆໃນການແກ້ໄຂຄວາມບໍ່ສະເໝີພາບໃນວິກິດການທີ່ກຳລັງເກີດຂຶ້ນນີ້ - ເພື່ອໃຫ້ພວກເຮົາທູກຄົນ, ບໍ່ວ່າຈະໃນປັດຈຸບັນ ຫຼື ອະນາຄົດ, ພ້ອມກັນກ້າວໄປ.

ຜົນກະທົບຂອງວິກິດການຕ່າງໆຂອງໂລກຕໍ່ກັບ ສປປ ລາວ ນັ້ນແມ່ນສາມາດເຫັນໄດ້ຢ່າງຊັດເຈນ, ສ່ວນໜຶ່ງແມ່ນຍ້ອນ ສປປ ລາວ ມີຄວາມອ່ອນໄຫວຕໍ່ສະພາບອາກາດ ແລະ ຜົນກະທົບດ້ານດິນຟ້າອາກາດທີ່ຮ້າຍແຮງ. ບໍ່ພຽງເທົ່ານັ້ນ, ຍັງລວມໄປເຖິງຄວາມກົດດັນໃນການຮັບປະກັນຂີດຄວາມສາມາດ ແລະ ຊັບພະຍາກອນໃຫ້ພຽງພໍ ເພື່ອປ້ອງກັນ, ຕອບໂຕ້ ແລະ ຟື້ນຟູຄືນຈາກຜົນກະທົບຕ່າງໆໃນຖານະທີ່ເປັນປະເທດກໍາລັງພັດທະນາ. ສິ່ງນີ້ຈະກາຍເປັນບັນຫາທ້າທາຍເພີ່ມຕື່ມຕໍ່ກັບການປະຕິບັດສິດທິຢ່າງເທົ່າທຽມລະຫວ່າງແຕ່ລະກຸ່ມປະຊາກອນໃນຂົງເຂດຕ່າງໆເຊັ່ນ: ການຄໍ້າປະກັນສະບຽງອາຫານ ແລະ ການດໍາລົງຊີວິດທີ່ອີງໃສ່ການເຮັດກະສິກໍາ, ແລະ ຮັບປະກັນຄວາມສາມາດໃນການເຂົ້າເຖິງບໍລິການທີ່ມີຄຸນນະພາບໃຫ້ແກ່ແມ່ຍິງ, ເດັກນ້ອຍ, ໄວໜຸ່ມ ແລະ ຜູ້ພິການ. ເມື່ອເບິ່ງໄປຂ້າງໜ້າ, ພວກເຮົາກໍ່ຈະເຫັນແນວໂນ້ມຂອງການເຄື່ອນຍ້າຍທີ່ເພີ່ມຂຶ້ນ ທີ່ເກີດມາຈາກລະບົບນິເວດທີ່ບໍ່ມີຄວາມຍືນຍົງ ແລະ ການເສື່ອມໂຊມຂອງສິ່ງແວດລ້ອມ.

ຖ້າຫາກວ່າພວກເຮົາຈະສືບຕໍ່ດໍາເນີນວາລະການພັດທະນາໂດຍເອົາປະຊາຊົນເປັນໃຈກາງຢ່າງແທ້ຈິງ ແລະ ຮັບປະກັນໃຫ້ປະຊາກອນທຸກຄົນມີໂອກາດເທົ່າທຽມກັນທັງໃນລະດັບໂລກ ແລະ ລະດັບຊາດນັ້ນ, ພວກເຮົາຕ້ອງຮ່ວມແຮງຮ່ວມໃຈ ແລະ ພ້ອມກັນເປັ່ງສຽງໃຫ້ດັງຂຶ້ນ. ຕໍ່ກັບບັນຫານີ້, ການຮ່ວມມືຫຼາຍຝ່າຍ ແລະ ຫຼາຍຂະແໜງການຈຶ່ງເປັນປັດໄຈສໍາຄັນ, ລວມທັງສົ່ງເສີມການມີສ່ວນຮ່ວມຂອງບັນດາກຸ່ມຄົນທີ່ມີຄວາມສ່ຽງຢ່າງຕັ້ງໜ້າ ແລະ ມີຄວາມໝາຍ. ແລະ ນີ້ໝາຍເຖິງພວກເຮົາໝົດທຸກຄົນ, ຂີດຄວາມສາມາດຂອງທຸກໆຝ່າຍ, ບໍ່ພຽງແຕ່ໃນຖານະທີ່ເປັນລັດຖະບານ, ອົງການຈັດຕັ້ງສາກົນ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມເທົ່ານັ້ນ,​ ແຕ່ຍັງລວມໄປເຖິງປະຊາຊົນ, ພໍ່, ແມ່, ອ້າຍ, ເອື້ອຍ,​ ນ້ອງ ທີ່ມາຮ່ວມກັນເປັ່ງສຽງອອກມາວ່າ ພວກເຮົາມີຄວາມປາຖະໜາຢາກດໍາລົງຊີວິດແບບໃດ.

ສປປ ລາວ, ໂດຍຮ່ວມກັບວົງຄະນະຍາດສາກົນ, ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ COP26 ທີ່  Glasgow ເມື່ອບໍ່ດົນມານີ້ ເພື່ອເຈລະຈາກ່ຽວກັບເງື່ອນໄຂໃນການບັນລຸເປົ້າໝາຍພາຍໃຕ້ ສັນຍາປາຣີ ໃຫ້ປາກົດຜົນເປັນຈິງ. ກອງປະຊຸມໄດ້ຮັບຟັງບັນຫາທ້າທາຍຕ່າງໆທີ່ ສປປ ລາວ ຍົກຂຶ້ນມາ ທີ່ກ່ຽວກັບການຈັດຕັ້ງປະຕິບັດບັນດາຂໍ້ບັນຍັດພາຍໃຕ້ ສັນຍາປາຣີ ແລະ ວາລະ 2030. ແມ່ນຄວາມຈິງແລ້ວທີ່ ຜົນກະທົບອັນໃຫຍ່ຫຼວງຂອງວິກິດການຕ່າງໆ, ພ້ອມກັບການມີຂີດຄວາມສາມາດ ແລະ ຊັບພະຍາກອນຢູ່ຢ່າງຈໍາກັດ ໃນການແກ້ໄຂບັນຫາເຫຼົ່ານີ້ ໄດ້ສ້າງພາລະອັນໜັກໜ່ວງໃຫ້ແກ່ ສປປ ລາວ. ຄຽງຄູ່ກັນນັ້ນ, ຕ້ອງຄໍານຶງເຖິງຜົນໄດ້ຜົນເສຍລະຫວ່າງການປົກປັກຮັກສາປ່າໄມ້ ແລະ ການເອື່ອຍອີງຊັບພະຍາກອນທໍາມະຊາດ ເພື່ອເສີມຂະຫຍາຍເສດຖະກິດ ແລະ ສະໜອງທຶນເຂົ້າໃນການພັດທະນາ. ເຖິງຢ່າງໃດກໍຕາມ, ທຸກສິ່ງທຸກຢ່າງຍ່ອມຜົນເສຍສະເໝີ.

ການຕັດໄມ້ທໍາລາຍປ່າໃນ ສປປ ລາວ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້, ທີ່ເປັນແຫຼ່ງກຳເນີດປ່າໄມ້ເຂດຮ້ອນຂອງໂລກກວມ 15 ສ່ວນຮ້ອຍ, ຈະສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຄວາມສາມາດໃນການຮັບມືກັບຜົນກະທົບອັນຕໍ່ເນື່ອງຂອງການປ່ຽນແປງດິນຟ້າອາກາດ. ດັ່ງນັ້ນ, ສິ່ງທີ່ຈໍາເປັນແມ່ນພວກເຮົາຕ້ອງຮ່ວມມືກັນ ເພື່ອລະບຸ ແລະ ກໍານົດໂຄງສ້າງ ທີ່ຈະຊ່ວຍແກ້ໄຂຜົນເສຍເຫຼົ່ານີ້ ແລະ ເຮັດໃຫ້ພວກເຮົາສາມາດສ້າງຄວາມຄືບໜ້າໄດ້ໃນທຸກຂົງເຂດວຽກງານຂອງ ວາລະ 2030 ໂດຍບໍ່ຕ້ອງແລກກັບສະພາບແວດລ້ອມອັນດີຂອງໂລກ. ຕໍ່ກັບປະເດັນນີ້, ຕ້ອງໄດ້ມີການເນັ້ນໜັກເປັນພິເສດຕໍ່ໂອກາດຈໍານວນໜຶ່ງ.

ໃນຂະນະ​ທີ່ ສປປ ລາວ ​ກຳລັງ​ກະກຽມ ​ຍຸດ​ທະ​ສາດ​ການຂ້າມຜ່ານ​ຢ່າງລ່ຽນໄຫຼ ​ເພື່ອ​ວາງ​ຮາກ​ຖານ​ໃຫ້​ແກ່​ ວາລະ​ການ​ພັດທະນາ ​ທີ່ກວມເອົາໄລຍະຫຼັງການຫຼຸດພົ້ນ ແລະ ໄລຍະຂອງການກາຍເປັນ​ປະ​ເທດ​ທີ່​ມີ​ລາຍຮັບ​ປານ​ກາງ, ບັນດາຂໍ້ພິຈາລະນາດ້ານສິ່ງ​ແວດ​ລ້ອມ​ຕ້ອງ​ໄດ້​ຖືກໂຮມເຂົ້ານຳ ​ເພື່ອໃຫ້ສາມາດ​ເກັບ​ກ່ຽວເອົາ​ຜົນ​ປະ​ໂຫຍດຈາກການຫຼຸດພົ້ນທີ່ມີຄຸນນະພາບໄດ້  ແລະ​ ເພື່ອ​ລົງ​ທຶນ​ເຂົ້າໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ ແລະ​ ການ​ພັດ​ທະ​ນາ​ສີ​ຂຽວໃຫ້ແກ່​ທຸກ​ຄົນ.

ເພື່ອຮັບປະກັນໃຫ້ວາລະການພັດທະນາສີຂຽວມີຄວາມຄືບໜ້າ ໄປພ້ອມໆກັບການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ, ພວກເຮົາຕ້ອງໄດ້ພິຈາລະນາບັນຫາດ້ານການປ່ຽນແປງດິນຟ້າອາກາດ ແລະ ສິ່ງແວດລ້ອມ ເຂົ້າໃນຂະບວນການຟື້ນຟູຄືນຈາກ ພະຍາດໂຄວິດ-19 ທີ່ເປັນໄພນາບຄູ່ຕໍ່ຄວາມຄືບໜ້າດ້ານການພັດທະນາທີ່ສ້າງມາໃນຕະຫຼອດໄລຍະຫຼາຍ 10 ປີ ພ້ອມທັງຍັງສ້າງຄວາມກົດດັນໃຫ້ແກ່ງົບປະມານດ້ານການພັດທະນານຳອີກ. ເມື່ອສົມທົບກັບຄວາມເປັນໄປໄດ້ຫຼາຍຢ່າງທີ່ຈະໄດ້ຮັບຈາກການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ແລ້ວ, ພວກ​ເຮົາຈຶ່ງ​ໄດ້​ມີ​ໂອກາດທົບທວນ​ຄືນ​ວາລະ​ການ​ພັດທະນາ​ແຫ່ງ​ຊາດ ​ແລະ ກຳນົດໂຄງຮ່າງຕ່າງໆຂຶ້ນ ເພື່ອສ້າງໂລກຂອງພວກເຮົາໃຫ້ມີຄວາມກ້າວໜ້າ, ໃຫ້ດີຂຶ້ນ ແລະ ໃຫ້ມີສະພາບແວດລ້ອມທີ່ຍືນຍົງຍິ່ງຂຶ້ນ ພ້ອມທັງຮັບປະກັນໃຫ້ ພວກເຮົາພ້ອມກັນກ້າວໄປ.

ຄຽງຄູ່ໄປກັບ​ການ​ວາງ​ແຜນ​ພາຍ​ໃນ ​ໃຫ້ແກ່​ວາ​ລະ​ການ​ພັດ​ທະ​ນາສີຂຽວ ແລະ ​ຍືນ​ຍົງດ້ານສິ່ງແວດລ້ອມ ທີ່​ສົ່ງ​ເສີມການປະຕິບັດ​ສິດ​ທິຢ່າງເທົ່າທຽມ, ພວກ​ເຮົາ​ຍັງ​ຕ້ອງໄດ້​ຮັກສາ​ກົນ​ໄກ​ການ​ລົງ​ທຶນ​​ຕ່າງ​ປະ​ເທດ ​ທີ່ຊ່ວຍກະ​ຕຸ້ນ​ການ​ຂະ​ຫຍາຍໂຕ​ສີ​ຂຽວ​ ແລະ ໃນ​ຂະ​ນະ​ດຽວກັນກໍ່ຊ່ວຍ​ປົກ​ປັກ​ຮັກ​ສາ​ປ່າ​ໄມ້​ ແລະ​ ລະ​ບົບ​ນິ​ເວດໄປພ້ອມ. ຕໍ່ບັນຫານີ້, ອົງການນິຕິບັນຍັດຂອງ ສະຫະພາບເອີຣົບ ຈຶ່ງໄດ້ສ້າງຂໍ້ລິເລີ່ມອັນເປັນຕົວຢ່າງທີ່ດີ ທີ່ສາມາດປະຕິບັດໄດ້, ເຊັ່ນ: ຂໍ້​ສະ​ເໜີ​ເມື່ອ​ບໍ່​ດົນ​ມາ​ນີ້ກ່ຽວ​ກັບ​ລະບຽບ​ການ ​ເພື່ອ​ປ້ອງ​ກັນ​ບໍ່ໃຫ້ບັນດາ​ຜະລິດ​ຕະພັນ​ທີ່​ຂາຍ​ຢູ່ ສະຫະພາບເອີຣົບ ປະກອບສ່ວນ​ເຂົ້າ​ໃນ​ການຕັດໄມ້​ທຳລາຍ​ປ່າ, ​ແລະ ຂໍ້​ລິ​ເລີ່​ມດ້ານນິຕິ​ກຳ​ກ່ຽວ​ກັບ​ການກວດສອບພາກບັງຄັບ ເພື່ອເປັນການ​ປົກ​ປັກ​ຮັກສາ​ສິດ ​ແລະ ສິ່ງ​ແວດ​ລ້ອມ​ໃນ​ທຸກ​ໆຂະ​ແໜງ​ການ. ການເຄື່ອນໄຫວດັ່ງກ່າວຈະໄດ້ຮັບການສະໜັບສະໜຸນເປັນຢ່າງດີໂດຍ 1 ໃນ 4 ຂົງເຂດວຽກງານຈຸດສຸມ ທີ່ເຫັນດີໃຫ້ເປັນຂົງເຂດຍຸດທະສາດບຸລິມະສິດພາຍໃຕ້ ຂອບການຮ່ວມມືແບບຍືນຍົງລະຫວ່າງ ອົງການ ສປຊ - ສປປ ລາວ ໃນໄລຍະ 5 ປີຕໍ່ໜ້າ ເພື່ອຮ່ວມກັນບັນລຸບຸລິມະສິດດ້ານສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ, ແລະ ເພື່ອຊ່ວຍສ້າງຄວາມທົນທານໃຫ້ແກ່ທຸກຄວາມພະຍາຍາມດ້ານການພັດທະນາ.

ອົງການສະຫະປະຊາຊາດ ແລະ ສະຫະພາບເອີຣົບ ພ້ອມດ້ວຍຄູ່ຮ່ວມພັດທະນາອື່ນໆ ແມ່ນພ້ອມແລ້ວ ທີ່ຈະສະໜັບສະໜູນ ສປປ ລາວ ໃນການບັນລຸເປົ້າໝາຍເຫຼົ່ານີ້ ເພື່ອເສີມຂະຫຍາຍການປົກປັກຮັກສາສິ່ງແວດລ້ອມ, ການຄຸ້ມຄອງຊັບພະຍາກອນທຳມະຊາດ, ການຂະຫຍາຍໂຕສີຂຽວ, ແລະ ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ, ດັ່ງທີ່ລະບຸໄວ້ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9.

ດ້ວຍຂໍ້ຄວາມສັ້ນໆທີ່ວ່າ: ພວກເຮົາຕ້ອງລົງມືແກ້ໄຂບັນຫາດ້ານສະພາບດິນຟ້າອາກາດ ແລະ ສິ່່ງແວດລ້ອມ ເພື່ອຫຼຸດຜ່ອນຄວາມບໍ່ສະເໝີພາບໃນຕອນນີ້ ແລະ ຊຸກຍູ້ໃຫ້ມີ​ການປຶກສາຫາລື​ກ່ຽວ​ກັບ​ວິທີ​ທີ່​ພວກ​ເຮົາຈະສາມາດ​ກ້າວ​ໄປ​ທາງໜ້າ ​ແລະ ​ເລັ່ງລັດ​ການ​ເຄື່ອນ​ໄຫວ​ໃນ​ທົ່ວ​ທຸກ​ຂະ​ແໜງ​ການ ​ເພື່ອບັນລຸເປົ້າໝາຍດ້ານການປະຕິບັດ​ສິດຢ່າງເທົ່າທຽມໃຫ້ແກ່​ທຸກ​ຄົນ ພາຍໃຕ້​ວິ​ກິດ​ການ​ທີ່​ພວມ​ເກີດ​ຂຶ້ນ​ນີ້ - ເພື່ອປະຊາຊົນ​ທັງໃນ​ປັດຈຸ​ບັນ ​ແລະ ໃນ​ອະນາຄົດ.

ບົດຄວາມນີ້ແມ່ນຂຽນຮ່ວມກັນໂດຍ ທ່ານນາງ ອີນາ ມາຈູລີໂອນີແຕ, ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບ ປະຈຳ ສປປ ລາວ  ແລະ ທ່ານນາງ ຊາຣາ ເຊເກນເນັສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ 

ວັນສິດທິມະນຸດ 2021 – ພວກເຮົາຕ້ອງລົງມືແກ້ໄຂບັນຫາດ້ານສະພາບດິນຟ້າອາກາດ ແລະ ສິ່່ງແວດລ້ອມ ເພື່ອຫຼຸດຜ່ອນຄວາມບໍ່ສະເໝີພາບໃນຕອນນີ້.

Ms. Sara Sekkenes_Photo

ທ່ານ ນາງ ຊາຣາ ເຊັກເກເນັສ

RCO
ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ
ທ່ານນາງ ຊາຣ່າ ເຊັກເກເນັດສ ເປັນຜູ້ປະສານງານປະຈໍາຢູ່ທີ່ອົງການສະຫະປະຊາຊາດປະຈຳ ສປປ ລາວ ຕັ້ງແຕ່ປີ 2019. ກ່ອນການແຕ່ງຕັ້ງນີ້, ທ່ານນາງ ຊາຣ່າ ໄດ້ເຮັດວຽກກັບອົງການສະຫະປະຊາຊາດເປັນເວລາ 14 ປີ, ເຮັດໜ້າທີ່ປະຈຳຢູ່ສຳນັກງານໃຫຍ່ ໃນນິວຢອກ ແລະ ນະຄອນເຈນີວາ. ບໍ່ດົນມານີ້ ທ່ານນາງ ຊາຣ່າ ໄດ້ເຮັດວຽກຢູ່ທີ່ ອົງການສະຫະປະຊາຊາດ ເພື່ອການພັດທະນາ ທີ່ເຈນີວາ, ເປັນທີ່ປຶກສາດ້ານການຮ່ວມມື ແລະ ການປ້ອງກັນຂໍ້ຂັດແຍ່ງ (2015-2019) ແລະ ເປັນຫົວໜ້າທີມ, ການປ້ອງກັນ ແລະ ການແກ້ໄຂຂໍ້ຂັດແຍ່ງ (2011-2014), ເຂົ້າຮ່ວມໃນການປ້ອງກັນຄວາມຮຸນແຮງ, ການຄວບຄຸມອາວຸດ ແລະ ວຽກງານການປະຕິບັດງານກ່ຽວກັບລະເບີດຝັງດິນ. ກ່ອນທີ່ຈະເຂົ້າຮ່ວມອົງການສະຫະປະຊາຊາດ, ທ່ານນາງ ຊາຣ່າ ໄດ້ເຮັດວຽກກັບ ອົງການຊ່ວຍເຫລືອລ້າຂອງປະຊາຊົນນອກແວ ເຊິ່ງໄດ້ເປັນຜູ້ອຳນວຍການປະຈຳປະເທດໃນ ໂມຊໍາບິກ, ຈັດການໂຄງການປະຕິບັດງານດ້ານລະເບີດຝັງດິນມະນຸດສະທຳໃຫ້ແກ່ພະນັກງານ 350 ຄົນ (2004-2005), ເປັນທີ່ປຶກສາດ້ານນະໂຍບາຍທີ່ສຳນັກງານໃຫຍ່ຂອງພວກເຂົາໃນປະເທດນໍເວ (2001-2004) , ເປັນທີ່ປຶກສາດ້ານໂຄງການໃນເຂດບອນຄ່ານ (2001), ແລະ ເປັນຜູ້ຈັດການໂຄງການໃນອັງໂກລາ (1998-2000). ໃນຖານະທີ່ເປັນຄົນຊາດຂອງປະເທດນໍເວ, ທ່ານໄດ້ຈົບປະລິນຍາໂທສາຂາວິຊາພູມສາດມະນຸດ ແລະ ກາຍະພາບ ແລະ ລະດັບມະຫາວິທະຍາໄລເພີ່ມເຕີມໃນສາຂາການສຶກສາການພັດທະນາ ແລະ ພູມສາດການເມືອງ.

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

RCO
ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້